

ວັນທີ 22 ເມສາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ V ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກ, ອົງການລັດທຽບເທົ່າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ ໄດ້ມີຄຳເຫັນວ່າ: ການດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໄດ້ເປັນກົນໄກຂອງສະພາປະຊາຊົນແຂວງ ກ່ອນຈະດຳເນີນກອງປະຊຸມຂອງສະພາທຸກຄັ້ງທີ່ຜ່ານມາ, ກອງປະຊຸມຄັ້ງນີ້ແມ່ນນໍາເອົາເນື້ອໃນ ແລະ ບັນຫາສໍາຄັນຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງ, ສະນັ້ນເພື່ອເຮັດໃຫ້ການຄົ້ນຄວ້າເນື້ອໃນຫົວຂໍ້ຕ່າງໆ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸງຕາມແຜນການທີ່ວາງໄວ້, ທ່ານຍັງໄດ້ຮຽກຮ້ອງມາຍັງສະມາຊິກສະພາປະຊາຊົນແຂວງ, ຄະນະຮັບຜິດຊອບເນື້ອໃນ ແຕ່ລະຂົງເຂດທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ ເຂົ້າຮ່ວມຕິດ ຕາມຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ, ຍົກໃຫ້ເຫັນສະພາບການຕົວຈິງ ແລະ ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂ ຕໍ່ບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບສູງ ແລະ ມີເຫດມີຜົນ, ເພື່ອຮັບປະກັນ ແລະ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດ, ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ, ສອດຄ່ອງກັບສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ທັງສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນຂອງແຂວງເຮົາ.
ກອງປະຊຸມ, ຈະໄດ້ສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອຮ່ວມກັນຊອກວິທີແກ້ໄຂ, ສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຢ່າງເລິກເຊິ່ງ ສອດຄ່ອງກັບສະພາບຕົວຈິງຫຼາຍຂື້ນ ໃນບາງຫົວຂໍ້ສໍາຄັນຄື: ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ (2026-2030) ຂັ້ນແຂວງ.
(ວິນັດ)

