ສະພາປະຊາຊົນແຂວງ ຈັດການແຂ່ງຂັນຟຸດຊໍມິດຕະພາບ ຮ່ວມກັບ ຂົງເຂດທະນາຄານ ເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດ

ສ.ຫ. 24, 2026

ໃນວັນທີ 19 ສິງຫາ 2026, ຢູ່ທີ່ເດີ່ນບານເຕະຟຸດຊໍ ຫຼັກ 4, ສະພາປະຊາຊົນແຂວງ ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຟຸດຊໍມິດຕະພາບ ລະຫວ່າງ ທີມສະພາປະຊາຊົນແຂວງ ແລະ ທີມຂົງເຂດທະນາຄານ.ການຮ່ວມລົງແຂ່ງຂັນໃນຄັ້ງນີ້ ມີຄະນະນໍາສະພາປະຊາຊົນແຂວງ, ຄະນະນໍາຂອງແຂວງ, ພ້ອມດ້ວຍຜູ້ບໍລິຫານ ແລະ ຕົວແທນນັກກິລາຈາກຂົງເຂດທະນາຄານ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານ ລາວ-ຫວຽດ, ທະນາຄານສົ່ງເສີມກະສິກໍາ, ທະນາຄານພັດທະນາຊົນນະບົດ ແລະ ກອງເຊຍຈາກທັງສອງຝ່າຍເຂົ້າຮ່ວມຢ່າງຟົດຟື້ນ ແລະ ຄືກຄື້ນ.ການຈັດກິດຈະກຳກິລາບານເຕະຟຸດຊໍມິດຕະພາບໃນຄັ້ງນີ້, ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ຄົບຮອບ 48 ປີ. ທັງເປັນການຮັດແໜ້ນຄວາມສະມັກຄີ, ຄວາມຮັກແພງ ແລະ ຄວາມສຳພັນອັນດີງາມ ລະຫວ່າງ ຄະນະນໍາ, ພະນັກງານຂອງສະພາປະຊາຊົນແຂວງ ແລະ ບັນດາທະນາຄານພາຍໃນແຂວງ.ນອກຈາກນີ້, ຍັງເປັນການສົ່ງເສີມ ແລະ ສ້າງຂະບວນການອອກກໍາລັງກາຍ ເພື່ອເສີມສ້າງສຸຂະພາບພະລານາໄມໃຫ້ແຂງແຮງ, ມ່ວນຊື່ນ, ສ້າງບັນຍາກາດອົບອຸ່ນ ແລະ ເປັນການແລກປ່ຽນບົດຮຽນ, ການປະສານງານ ໃຫ້ມີຄວາມຄ່ອງໂຕ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ໃນການປະຕິບັດໜ້າທີ່ວຽກງານຮ່ວມກັນໃນຕໍ່ໜ້າ.ບັນຍາກາດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ, ມິດຕະພາບ, ການເຄົາລົບກົດກາຕິກາ ແລະ ເຕັມໄປດ້ວຍຮອຍຍິ້ມຂອງນັກກິລາ ເຊັ່ນດຽວກັນກັບກອງເຊຍທີ່ສົ່ງສຽງເຊຍຢ່າງເຊີນຊວນ ແລະ ສະໜຸກສະໜານ ຕະຫຼອດການແຂ່ງຂັນ.       (ວິນັດ)