ສະພາ 2 ຂັ້ນ ຕິດຕາມ ແລະ ຊຸກຍູ້ໂຄງການໄຟຟ້າພະລັງງານລົມ ມອນຊູນວິນ ພາວເວີ

ສ.ຫ. 10, 2026

          ວັນທີ 4 ສິງຫາ 2026 ຜ່ານມານີ້, ກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຊກອງ ນໍາໂດຍທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ແລະ ທ່ານ ສຸພົນ ໄຊສະຫງ່າ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຈາກສູນກາງ ແລະ ທ້ອງຖິ່ນ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ໂຄງການໄຟຟ້າພະລັງງານລົມ ມອນຊູນວິນ ພາວເວີ້ ຢູ່ເມືອງດາກຈຶງ ໂດຍການຕ້ອນຮັບຂອງທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອໍານວຍການເຂດພື້ນທີ່ ແລະ ພັດທະນາຊຸມຊົນ, ມີບັນດາທ່ານ ຜູ້ຈັດການຝ່າຍສັງຄົມ-ສິ່ງແວດລ້ອມ, ຜູ້ຈັດການຝ່າຍແຮງງານ ແລະ ຄວາມປອດໄພ ຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ອາຄົມ ຍວງໄຍ ຮອງຜູ້ຈັດການໂຮງງານໄຟຟ້າ ໄດ້ບັນຍາຍພາບລວມຂອງການດໍາເນີນງານ ແລະ ຂະບວນການຜະລິດໄຟຟ້າຈາກພະລັງງານລົມຂອງໂຄງການ ແລະ ທ່ານ ຊາຄຣິດ ດວງໃຈ ຜູ້ຈັດການຝ່າຍສັງຄົມ ກໍໄດ້ນໍາສະເໜີແນວທາງການດໍາເນີນທາງດ້ານພັດທະນາຊຸມຊົນ, ການສ້າງຄວາມ ຮ່ວມມືກັບຊຸມຊົນ ແລະ ກິດຈະກຳເພື່ອການພັດທະນາ ແບບຍືນຍົງຂອງໂຄງການ.
          ໂຄງການໄຟຟ້າພະລັງງານລົມ ມອນຊູນວິນພາວເວີ້ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ມີເສົາກັງຫັນລົມທັງໝົດ 133 ຕົ້ນ, ມີກໍາລັງຕິດຕັ້ງທັງໝົດ 600 ເມກາວັດ, ໂຄງການນີ້ມີຄ່າການກໍ່ສ້າງທັງໝົດ 900 ລ້ານກວ່າໂດລາສະຫະລັດ ໂດຍໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 15 ມີນາ 2023 ມາຮອດປະຈຸບັນ ຕິດຕັ້ງສໍາເລັດແລ້ວ 100% ແລະ ເປີດນໍາໃຊ້ຢ່າງເປັນທາງການໃນເດືອນ ສິງຫາ ປີ 2025 ແລະ ເປັນໂຄງການທີ່ສົ່ງຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມນ້ອຍທີ່ສຸດ, ໄດ້ເອົາໃຈໃສ່ໃນການພື້ນຟູຊີວິດການເປັນຢູ່ ແລະ ພັດທະນາຊຸມຊົນ ໂດຍໄດ້ຊົດເຊີຍຄ່າເສຍຫາຍຕ່າງໆໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ສ້າງອາຊີບໃຫ້ພໍ່ແມ່ປະຊາຊົນໄດ້ມີລາຍໄດ້, ສົ່ງເສີມດ້ານການສຶກສາ-ສາທາ ແລະ ສ້າງໃຫ້ຊຸມຊົນມີສ່ວນຮ່ວມໃນການອະນຸລັກສິ່ງແວດລ້ອມຊີວະນາໆພັນ ແລະ ອື່ນໆ.
         ໂອກາດນີ້, ຄະນະຜູ້ແທນຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ກໍໄດ້ຜັດປ່ຽນກັນມີຄໍາເຫັນຍ້ອງຍໍຊົມເຊີຍ ແລະ ຊີ້ນໍາບໍລິສັດ ຜູ້ພັດທະນາໂຄງການ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະໄດ້ເອົາໃຈໃສ່ໃນການພັດທະນາດ້ານວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ອະນຸລັກຮັກສາສິ່ງແວດລ້ອມ, ມີສ່ວນຮ່ວມໃນການພັດທະນາຊຸມຊົນ ພື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຕາມລໍາດັບ ແລະ ຄຽງຄູ່ກັນນັ້ນ, ກໍໍໃຫ້ເອົາໃຈໃສ່ສືບຕໍ່ປະຕິບັດບັນດາກິດຈະກໍາຕ່າງໆຂອງໂຄງການໃຫ້ດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຄວາມປອດໄພ, ຖືກຕ້ອງຕາມລະບຽບກົດໝາຍ, ປຸກລະດົມປະຊາຊົນໃນທ້ອງຖິ່ນໃຫ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມພັດທະນາໂຄງການ, ຊຸມຊົນ, ຊຸກຍູ້ສົ່ງເສີມດ້ານການສຶກສາ, ສາທາໃຫ້ຫຼາຍຂຶ້ນ ແລະ ອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ຄວາມດຸໝັ່ນຂະຫຍັນພຽນ ຄຽງຄູ່ກັບການອະນຸລັກຮັກສາສິ່ງແວດລ້ອມໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ. ເນື່ອງຈາກວ່າ ໂຄງການດັ່ງກ່າວ, ເປັນໂຄງການຍຸດທະສາດສໍາຄັນຂອງພັກ-ລັດຖະບານ ກໍຄືແຂວງເຊກອງ, ເປັນໂຄງການໄຟຟ້າພະລັງລົມ ແຫ່ງທໍາອິດຂອງປະເທດລາວ ແລະ ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
        ສະນັ້ນ, ການກໍ່ສ້າງໂຄງການນີ້ ຈຶ່ງມີຄວາມໝາຍສໍາຄັນປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃນທ້ອງຖິ່ນໃຫ້ຫຼຸດລົງເທື່ອລະກ້າວ.
#ໂດຍ: ນາລີວັນ.