ສສຊ – ສສຂ ລົງເຄື່ອນໄຫວພົບປະປະຊາຊົນ​ ຢູ່ບ້ານສະໝອງໃໝ່ປິ່ນດົງ​ ແລະ​ ບ້ານຫີນລາດ ຕາແສງແທ.​

ມ.ຖ. 22, 2026

ໃນວັນທີ 16​ ມິຖຸນາ​ 2026​ ນີ້​ ທ່ານ​ ພັທ​ ຄໍາໂພໄຊ​ ໄຊຍະເສນ​າ​ ເລຂາພັກເມືອງ,​ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງສະໜາມໄຊ ແລະ​ ທ່ານ​ ລິດຕາ​ ຂັດທິຍະ​ ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ,​ ສະມາຊິກ​ສະພາ​ແຫ່ງຊາດ​(ສສຊ)​ ເຂດເລືອກຕັ້ງທີ​ 17.​ ພ້ອມຄະນະ​ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມປະຊາຊົນ ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ​ຂອງ​ສະພາແຫ່ງຊາດ​ຊຸດທີ​ X​ ແລະ​ ສະພາ​ປະຊາຊົນ​ແຂວງ​ອັດຕະປື​ຊຸດທີ​ V ຢູ່ທີ່ບ້ານສະໝອງໃໝ່ປິ່ນດົງ​ ແລະ​ ບ້ານຫີນລາດ ຕາແສງແທ ເມືອງສະໜາມໄຊ, ແຂວງອັດຕະປື. ໂດຍມີພະນັກງານຕາແສງ,​ ອົງການປົກຄອງບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.ການເຄື່ອນໄຫວໃນຄັ້ງນີ້: ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນພາຍໃນບ້ານ ຈາກອົງການປົກຄອງບ້ານ. ພ້ອມດຽວກັນນັ້ນ, ພໍ່ແມ່ປະຊາຊົນກໍໄດ້ມີໂອກາດສະແດງຄວາມຄິດເຫັນ ແລະ ສະເໜີຄໍາຂ້ອງໃຈ, ຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ ເປັນຕົ້ນແມ່ນ​ ການແກ້ໄຂບັນຫາທີ່ດີນ,​ ການຊົດເຊີຍລາຍການທີ​ 6​ ແລະ​ ບັນຫາອື່ນໆ,​ ສສຊ ແລະ ສສຂ ໄດ້ອະທິບາຍ, ຊີ້ແຈງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາຂອງທ້ອງຖິ່ນ. ສໍາລັບບາງຄໍາສະເໜີ ທີ່ຍັງບໍ່ທັນສາມາດອະທິບາຍແກ້ໄຂໄດ້ໃນທັນທີ, ຄະນະຜູ້ແທນໄດ້ບັນທຶກ ແລະ ຮີບໂຮມເອົາຄໍາຄິດຄໍາເຫັນດັ່ງກ່າວ ເພື່ອນໍາໄປຄົ້ນຄວ້າພິຈາລະນາແກ້ໄຂກັບພາກສ່ວນທີ່ກ່ຽວຂ້ອງຕໍ່ໄປ.ໂອກາດດັ່ງກ່າວ, ຄະນະ ສສຊ ແລະ ສສຂ ໄດ້ຜ່ານບົດລາຍງານຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລືກ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບ ເຖິງບັນດາເນື້ອໃນຈິດໃຈ, ຄາດໝາຍສູ້ຊົນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ຮັບການຮັບຮອງໃນກອງປະຊຸມ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ຊຸມຊົນທ້ອງຖິ່ນຮາກຖານ​ ແລະ​ ໄດ້ໂອ້ລົມ ແລະ ມີທິດຊີ້ນໍາຕໍ່ອົງການປົກຄອງບ້ານ ແລະ ປະຊາຊົນໃຫ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ເປັນເຈົ້າການໃນການພັດທະນາເສດຖະກິດຄອບຄົວຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,​ ພ້ອມທັງສະແດງຄວາມຫ່ວງໄຍຕໍ່ກັບບັນຫາເດັກນ້ອຍ ແລະ ເຍົາວະຊົນ ທີ່ປະລະການຮຽນໃນປັດຈຸບັນ. ພ້ອມທັງຮຽກຮ້ອງໃຫ້ຄອບຄົວ, ໂຮງຮຽນ ແລະ ອົງການປົກຄອງບ້ານ ເອົາໃຈໃສ່ຕິດຕາມ, ສຶກສາອົບຮົມ, ແລະ ສ້າງເງື່ອນໄຂໃຫ້ລູກຫຼານໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ ເພື່ອອະນາຄົດຂອງເດັກ ແລະ ເປັນກໍາລັງສໍາຄັນໃນການພັດທະນາບ້ານໃນພາຍໜ້າ.

(ວິ​ນັດ)