(ສພຊ) – ຕອນບ່າຍວັນທີ 3 ສິງຫາ 2026 ທີ່ສະພາແຫ່ງຊາດ, ສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13 ສິງຫາ 1926 – 13 ສິງຫາ 2026) ເຊິ່ງສະຫາຍ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ. ສຳລັບປະຊາຊົນລາວບັນດາເຜົ່າ ກໍຄືບັນດາປະຊາຊາດທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນທົ່ວໂລກ, ສະຫາຍ ຟິແດນ ແມ່ນເພື່ອນມິດທີ່ຍິ່ງໃຫຍ່ ແລະ ສັນຍະລັກດີເດັ່ນແຫ່ງການຕໍ່ສູ້ຕ້ານຈັກກະພັດ ເພື່ອປົກປ້ອງເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງສັງຄົມ; ນັບແຕ່ປີ 1959 ຈົນຮອດວັນທີ່ສິ້ນລົມຫາຍໃຈນັ້ນ, ສະຫາຍ ຟິແດນ ໄດ້ນຳເອົາການປະຕິວັດສັງຄົມນິຍົມຢູ່ກູບາ ກ້າວໄປຂ້າງໜ້າຢ່າງມີໄຊ ໃນທ່າມກາງນະໂຍບາຍຮຸກຮານທາງການທະຫານ, ແຊກແຊງທາງການເມືອງ ແລະ ປິດລ້ອມທາງເສດຖະກິດ ຢ່າງຕໍ່ເນື່ອງຂອງ 11 ອໍານາດການປົກຄອງຂອງສະຫະລັດ ລວມທັງຄວາມພະຍາຍາມລອບສັງຫານຂອງຈັກກະພັດຫຼາຍກວ່າ 600 ຄັ້ງ.
ມາຮອດປັດຈຸບັນ, ພາຍໃຕ້ການຊີ້ນຳຍຸດທະສາດ ແລະ ອຸດົມການປະຕິວັດອັນໜັກແໜ້ນຂອງສະຫາຍ ຟິແດນ ໃນຕະຫຼອດໄລຍະເກືອບ 6 ທົດສະວັດ, ກູບາສັງຄົມນິຍົມ ຈຶ່ງສາມາດຢືນຢູ່ແຖວໜ້າໃນອາເມລິກາລາຕິນ ທາງດ້ານການສຶກສາ, ສາທາລະນະສຸກ, ປ້ອງກັນຊາດ ແລະ ເຕັກໂນໂລຊີຊີວະພາບ; ສັງຄົມກູບາມີຄວາມສະຫງົບປອດໄພ ແລະ ປະຊາຊົນກູບາມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ແລະ ຟົດຟື້ນປະຕິວັດຢູ່ອ້ອມຂ້າງພັກກອມມູນິດກູບາ ຢ່າງສະເໝີຕົ້ນສະເໝີປາຍ.
ສິ່ງໜຶ່ງອີກທີ່ໜ້າພາກພູມໃຈທີ່ສະຫາຍ ຟິແດນ ໄດ້ສ້າງຈິດສຳນຶກອັນໄດ້ກາຍເປັນຫີນສີລາ ແລະ ຫຼັກການທີ່ບໍ່ປ່ຽນແປງຂອງການປະຕິວັດກູບາ ຄືຄວາມສາມັກຄີສາກົນ! ໂດຍຢຶດໝັ້ນນໍ້າໃຈສາກົນກຳມະຊີບ, ສະຫາຍ ຟິແດນ ໄດ້ເວົ້າຢູ່ສະເໝີວ່າ ພວກເຮົາຕ້ອງແບ່ງປັນສິ່ງທີ່ມີໃຫ້ແກ່ເພື່ອນ ບໍ່ແມ່ນສິ່ງທີ່ເຫຼືອຈາກຄວາມຕ້ອງການ; ຈາກແນວຄິດດັ່ງກ່າວນີ້, ເຖິງແມ່ນວ່າກູບາຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງຢູ່ພາຍໃນປະເທດຂອງຕົນກໍຕາມ ນັບແຕ່ປີ 1963 ເປັນຕົ້ນມາ ສະຫາຍ ຟິແດນ ໄດ້ຕັດສິນໃຈສົ່ງແພດ ແລະ ຊ່ຽວຊານດ້ານຕ່າງໆຫຼາຍກວ່າ 5 ແສນຄົນ ໄປປະຕິບັດໜ້າທີ່ສາກົນຢູ່ຫຼາຍກວ່າ 150 ປະເທດໃນທົ່ວໂລກ ແລະ ໃຫ້ທຶນແກ່ຊາວໜຸ່ມຫຼາຍກວ່າ 52 ພັນຄົນ ຈາກ 132 ປະເທດ ມາສຶກສາຢູ່ປະເທດກູບາ, ໃນນີ້ລວມທັງການສົ່ງໜ່ວຍແພດສຸກເສີນໄປຊ່ວຍປະເທດຕ່າງໆ ໃນເວລາເກີດໄພພິບັດທາງທຳມະຊາດ ແລະ ໃນເວລາເກີດໂລກລະບາດທີ່ຮ້າຍແຮງຕ່າງໆ.
ໃນເວທີສາກົນ, ໃນຖານະທີ່ກູບາເປັນປະທານຂະບວນການປະເທດບໍ່ຮ່ວມກຸ່ມເຖິງສອງຄັ້ງ ແລະ ປະທານກຸ່ມປະເທດ 77 ແລະ ຈີນ ສອງຄັ້ງ, ສະຫາຍ ຟິແດນ ໄດ້ສະເໜີແນວທາງການທູດທີ່ຊັດເຈນ ແລະ ໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ ແລະ ເພື່ອລະບຽບເສດຖະກິດສາກົນທີ່ເປັນທຳ ໂດຍສະເພາະແມ່ນການປົກປ້ອງຜົນປະໂຫຍດຂອງບັນດາປະເທດກຳລັງພັດທະນາ ບົນພື້ນຖານຂອງຫຼັກການກົດໝາຍສາກົນ ແລະ ກົດບັດສະ ຫະປະຊາຊາດ!
ຈາກຍຸດທະສາດ ແລະ ວິໄສທັດປະຕິວັດຂອງສະຫາຍ ຟິແດນ, ກູບາໃນປັດຈຸບັນ ຈຶ່ງໄດ້ກາຍເປັນຄັນທຸງ ແລະ ຫົວຈັກໃນບັນດາປະເທດອາເມລິກາລາຕິນ ເພື່ອກ້າວໄປສູ່ສັງຄົມທີ່ດີກວ່າເກົ່າທີ່ປາດສະຈາກການຄອບງຳຈາກພາຍນອກ.
ກ່ຽວກັບການພົວພັນມິດຕະພາບກັບລາວເຮົາ, ສະຫາຍ ຟິແດນ ໄດ້ຊີ້ນຳໃຫ້ສູນກາງພັກ ຈັດຕັ້ງຄະນະກຳມະການ ເພື່ອຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ ໃນປີ 1968 ເພື່ອເປັນກຳລັງໃຈສະໜັບສະໜູນການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາຂອງປະຊາຊົນລາວ. ກ່ອນປີ 1975, ສະຫາຍ ຟິແດນ ໄດ້ມີໂອກາດ ຕ້ອນຮັບ ແລະ ພົບປະກັບສະຫາຍ ພູມີ ວົງວິຈິດ ແລະ ສະຫາຍ ໜູຮັກ ພູມສະຫວັນ ຢູ່ນະຄອນຫຼວງລາຮາວານ ໃນຖານະຄະນະນຳຂອງສູນກາງແນວລາວຮັກຊາດ ແລະ ໄດ້ຈັດສົ່ງທີມແພດຊຸດທຳອິດໄປຊ່ວຍປະຊາຊົນລາວໃນເຂດທີ່ໝັ້ນປະຕິວັດຢູ່ເມືອງວຽງໄຊ ແຂວງຫົວພັນ; ພາຍຫຼັງການສະຖາປະນາ ສປປລາວ, ສະຫາຍ ຟິແດນ ຍັງໄດ້ມີໂອກາດຕ້ອນຮັບ ແລະ ພົບປະກັບບັນດາຜູ້ນຳຮຸ່ນທຳອິດຂອງພັກປະຊາຊົນປະຕິວັດລາວ ທັງໝົດ 7 ສະຫາຍ ຢູ່ນະຄອນຫຼວງລາຮາວານ ໂດຍສະເພາະແມ່ນການຢ້ຽມຢາມມິດຕະພາບຢູ່ກູບາຂອງສະຫາຍ ໄກສອນ ພົມວິຫານ ເມື່ອເດືອນກັນຍາ 1976 ທີ່ຈະຄົບຮອບ 50 ປີ ໃນເດືອນກັນຍານີ້, ອັນນີ້ ແມ່ນຂີດໝາຍທີ່ສໍາຄັນໃນການພົວພັນຖານມິດສະຫາຍອ້າຍນ້ອງ ເຊິ່ງໄດ້ສະແດງອອກໃນຖະແຫຼງການຮ່ວມລະຫວ່າງສອງປະເທດພວກເຮົາ. ບົນຈິດໃຈດັ່ງກ່າວນີ້, ການຊ່ວຍເຫຼືອເຊິ່ງກັນແລະກັນຢ່າງຈິງໃຈ ແມ່ນສຸດທີ່ສຳຄັນ ເຊິ່ງປະຊາຊົນລາວພວກຂ້າພະເຈົ້າຍາມໃດກໍຮູ້ບຸນຄຸນຕໍ່ສະຫາຍ ຟິແດນ, ຕໍ່ພັກ, ລັດ ແລະ ປະຊາຊົນກູບາ.
ໃນໂອກາດຄົບຮອບ 100 ປີ ທີ່ພວກເຮົາພ້ອມກັນລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີທີ່ສະຫາຍ ຟິແດນ ໄດ້ປະໄວ້ເປັນມໍລະດົກອັນລໍ້າຄ່ານີ້, ອີກເທື່ອໜຶ່ງ ໃນນາມປະທານສະມາຄົມມິດຕະພາບ ລາວ-ກູບາ, ພວກເຮົາຈະເຮັດສຸດຄວາມສາມາດເພື່ອສືບຕໍ່ເປັນສ່ວນໜຶ່ງໃນແນວຫຼັງຍຸດທະສາດສຳລັບການສະໜັບສະໜູນການຕໍ່ສູ້ຂອງປະຊາຊົນກູບາທີ່ພິລະອາດຫານ ໃນການປົກປັກຮັກສາປະເທດຊາດສັງຄົມນິຍົມ, ຕ້ານການປິດລ້ອມ ແລະ ການລົງໂທດທຸກຮູບແບບຂອງສະຫະລັດ!
ທ້າຍສຸດນີ້, ຂ້າພະເຈົ້າເຊື່ອໝັ້ນຢ່າງແຮງກ້າວ່າ ການປະຕິວັດກູບາພາຍໃຕ້ອຸດົມການທີ່ສະຫາຍ ຟິແດນ ໄດ້ປູກຝັງໄວ້ ຈະສືບຕໍ່ກ້າວໄປຂ້າງໜ້າຢ່າງມີໄຊ!
ແນວຄິດ, ທັດສະນະ ແລະ ອຸດົມການຂອງສະຫາຍ ຟິແດນ ຍືນຍົງຢູ່ໃນດວງໃຈຂອງພວກເຮົາຕະຫຼອດໄປ!
ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດ ທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ
