ລະດົມຄຳເຫັນໃສ່ບາງມາດຕາປະມວນກົດໝາຍອາຍາ

ກ.ຍ. 20, 2026

(ສພຊ) – ວັນທີ 18 ກັນຍານີ້, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ, ຂະແໜງຍຸຕິທຳ, ສະພາປະຊາຊົນ, ນັກກົດໝາຍ, ນັກວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ທ່ານ ຄຳເພັດ ສົມວໍລະຈິດ ໄດ້ເນັ້ນເຖິງຄວາມສຳຄັນຂອງການນຳເອົາບັນຫາຈາກພາກປະຕິບັດ, ພຶດຕິກຳຕົວຈິງ ມາຄົ້ນຄວ້າດ້ວຍຫຼັກນິຕິສາດ ເພື່ອຊອກຫາແນວທາງທີ່ຈະແຈ້ງ, ມີເຫດຜົນ ແລະ ສາມາດນຳໃຊ້ໄດ້ຢ່າງກົມກຽວ ໂດຍສະເພາະກົດໝາຍອາຍາ, ການເຂົ້າໃຈຖ້ອຍຄຳໃຫ້ຈະແຈ້ງ ມີຄວາມສຳຄັນໂດຍກົງຕໍ່ການກຳນົດອົງປະກອບ ແລະ ເຄື່ອງໝາຍຂອງການກະທຳຜິດ, ຂອບເຂດຄວາມຮັບຜິດຊອບທາງອາຍາ ແລະ ການຮັບປະກັນຄວາມຍຸຕິທຳຕາມກົດໝາຍ.
ກອງປະຊຸມໄດ້ນຳສະເໜີຜົນການຄົ້ນຄວ້າສອງປະເດັນ: 1) ການຄົ້ນຄວ້າກ່ຽວກັບຄວາມໝາຍ ແລະ ຂອບເຂດການນຳໃຊ້ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ໂດຍຊັ່ງຊາລະຫວ່າງສະພາບຄອບຄົວຕົວຈິງ ກັບ ຄວາມແນ່ນອນຂອງກົດໝາຍ; 2) ການຄົ້ນຄວ້າຄວາມໝາຍ ແລະ ຂອບເຂດການນຳໃຊ້ຄຳວ່າ “ງັດແງະ” ຕາມມາດຕາ 231 ວັກ 2 ເພື່ອຈຳແນກການລັກຊັບທົ່ວໄປ ກັບ ການລັກຊັບທີ່ມີລັກສະນະໜັກຂຶ້ນ.
ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ໂດຍພິຈາລະນາທັງໃນຫຼັກການຂອງກົດໝາຍ, ພຶດຕິກຳໃນການນຳໃຊ້ ແລະ ຜົນຂອງການປະຕິບັດກົດໝາຍ; ການລະດົມຄຳເຫັນບໍ່ໄດ້ມີຈຸດປະສົງໃນການຊອກຫາພຽງຄວາມເຫັນດີເຫັນພ້ອມ, ແຕ່ຍັງພ້ອມກັນຊອກຫາເຫດຜົນທາງດ້ານນິຕິສາດທີ່ໜັກແໜ້ນ ເພື່ອສ້າງພື້ນຖານໃຫ້ການນຳໃຊ້ກົດໝາຍມີມາດຕະຖານດຽວກັນ.
ຜົນຂອງກອງປະຊຸມ ຈະໄດ້ຮັບການສັງລວມ, ປັບປຸງ ແລະ ປະກອບເຂົ້າໃນບົດຄົ້ນຄວ້າ ເພື່ອເປັນຂໍ້ມູນ ແລະ ພື້ນຖານໃນການກຳນົດແນວທາງນຳໃຊ້, ປັບປຸງນິຕິກຳ ຫຼື ສະເໜີອົງການທີ່ມີສິດອຳນາດ ພິຈາລະນາຕີຄວາມໝາຍຕາມລະບຽບການ ແລະ ກົດໝາຍ; ກອງປະຊຸມຄັ້ງນີ້ ຈຶ່ງບໍ່ເປັນພຽງເວທີແລກປ່ຽນທາງດ້ານນິຕິສາດ, ແຕ່ຍັງເປັນການເຊື່ອມໂຍງລະຫວ່າງການຄົ້ນຄວ້າ-ການນຳໃຊ້-ການພັດທະນາກົດໝາຍ ອັນຈະປະກອບສ່ວນຍົກສູງຄຸນນະພາບການດຳເນີນຄະດີ, ສ້າງຄວາມກົມກຽວ ແລະ ເປັນເອກະພາບໃນການນຳໃຊ້ກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍ ແລະ ເສີມສ້າງຄວາມເຊື່ອໝັ້ນຂອງສັງຄົມຕໍ່ຂະບວນການຍຸຕິທຳ.

(ຂ່າວ-ພາບ: ອອປສ)