ມາດຕະການເພື່ອຮັບປະກັນການສະໜອງນໍ້າມັນ

ຕ.ລ. 8, 2026

(ສພຊ) – ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ຄັ້ງວັນທີ 7 ຕຸລາ 2026 ເຊິ່ງມີດັ່ງນີ້:
#ຄໍາຖາມທີ 1: ລັດຖະບານມີແຜນກະຈາຍຄວາມສ່ຽງ ແລະ ຮັບປະກັນການສະໜອງນໍ້າມັນໃຫ້ສັງຄົມຄືແນວໃດ?
1. ມາດຕະການໄລຍະສັ້ນ:
– ເພີ່ມທະວີການກວດກາບໍລິສັດນໍາເຂົ້າ-ສົ່ງອອກ ແລະ ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟ ເພື່ອສະກັດກັ້ນການກັກຕຸນ ແລະ ການສວຍໂອກາດຂຶ້ນລາຄາ ໂດຍຮັບປະກັນການຊື້-ຂາຍໃຫ້ເປັນໄປຕາມໂຄງສ້າງລາຄາຢ່າງໂປ່ງໃສ;
– ຄວບຄຸມໃຫ້ບໍລິສັດ ຮັກສາລະດັບຄັງແຮຮອງຕາມມາດຕະຖານທີ່ກຳນົດໄວໃນດໍາລັດ 559/ລບ ແລະ ລາຍງານຢ່າງປົກກະຕິກ່ຽວກັບປະລິມານການນໍາເຂົ້າ ແລະ ຍອດເຫຼືອປະຈໍາວັນ ຜ່ານລະບົບ DTOP ເພື່ອປະເມີນສະພາບການລ່ວງໜ້າ ພ້ອມທັງຮັກສາລະດັບແຮຮອງນໍ້າມັນເຊື້ອໄຟພາຍໃນປະເທດ ໃຫ້ຢູ່ໃນລະດັບສູງ (ປະມານ 60 ລ້ານລິດຂຶ້ນໄປ);
– ອໍານວຍຄວາມສະດວກໃນການນໍາເຂົ້າຈາກຫຼາຍແຫຼ່ງ ແລະ ຊຸກຍູ້ໃຫ້ບໍລິສັດ ຂະຫຍາຍຖານການຊື້ນໍ້າມັນຈາກຫຼາຍປະເທດ (ເຊັ່ນ: ຫວຽດນາມ, ຈີນ ແລະ ສິງກະໂປ…) ແທນການເພິ່ງພາແຫຼ່ງດຽວ ເພື່ອປ້ອງກັນຄວາມສ່ຽງ;
– ເນັ້ນການສະໜອງນໍ້າມັນເຊື້ອໄຟໃຫ້ປໍ້ານໍ້າມັນສາມາດເປີດບໍລິການເພື່ອຮັບໃຊ້ສັງຄົມ ແລະ ພາກການຜະລິດຢ່າງຕໍ່ເນື່ອງ;
– ສືບຕໍ່ປະຕິບັດມາດຕະການຜ່ອນຜັນອັດຕາອາກອນຊົມໃຊ້ໃນລາຄານໍ້າມັນເຊື້ອໄຟ ຕາມທີ່ ສພຊ ຮັບຮອງ.
2. ມາດຕະການໄລຍະຍາວ (ຍຸດທະສາດແຫ່ງຊາດ):
– ຊຸກຍູ້ໂຄງການສ້າງສາງນໍ້າມັນເຊື້ອໄຟ 3 ພາກ (ເໜືອ-ກາງ-ໃຕ້) ພ້ອມທັງສຶກສາການເຊື່ອມໂຍງລະບົບແຮຮອງນ້ຳມັນຮ່ວມກັນຂອງອາຊຽນ (ASEAN Joint Stockpiling Initiatives) ເພື່ອຊ່ວຍເຫຼືອກັນໃນພາວະວິກິດ;
– ເລັ່ງສຶກສາຄວາມເປັນໄປໄດ້ໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນ ລາວ-ຫວຽດນາມ ເພື່ອຫຼຸດຕົ້ນທຶນ, ຫຼຸດຜ່ອນການເພິ່ງພາການຂົນສົ່ງທາງລົດ ແລະ ຮັບປະກັນການສະໜອງປະລິມານຫຼາຍຢ່າງຕໍ່ເນື່ອງ;
– ຍົກລະດັບມາດຕະຖານ ແລະ ສົ່ງເສີມການລົງທຶນໃນໂຮງງານປຸງແຕ່ງນໍ້າມັນພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນສໍາເລັດຮູບທັງໝົດ;
– ເສີມຂະຫຍາຍບົດບາດຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເປັນກົນໄກຫຼັກໃນການດຸ່ນດ່ຽງຕະຫຼາດ ເພື່ອໃຫ້ລັດມີເຄື່ອງມືແຊກແຊງລາຄາ ແລະ ສະໜອງນ້ຳມັນໃນກໍລະນີພາກເອກະຊົນພົບບັນຫາ.
#ຄໍາຖາມທີ 2: ລັດຖະບານມີນະໂຍບາຍ ແລະ ມາດຕະການຮີບດ່ວນໃນການສະຫງວນແຫຼ່ງພະລັງງານໝູນວຽນ ແລະ ຖ່ານຫີນ ຄືແນວໃດ ເພື່ອຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍໃນອະນາຄົດ ທີ່ເຮົາກໍາລັງຈະມີນະໂຍບາຍຊຸກຍູ້ໃຫ້ປຸງແຕ່ງແຮ່ພາຍໃນປະເທດ?
ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາພະລັງງານໄຟຟ້າ ປີ 2021-2030 ເຫັນວ່າຄວາມຕ້ອງການ ແລະ ການຊົມໃຊ້ພະລັງງານໄຟຟ້າພາຍໃນປະເທດ ມີທ່າອຽງເພີ່ມຂຶ້ນຢ່າງກ້າວກະໂດດ ໂດຍສະເພາະຈາກພາກອຸດສາຫະກຳຂະໜາດໃຫຍ່ ແລະ ນະ ໂຍບາຍການສົ່ງເສີມການນໍາໃຊ້ຍານພາຫະນະໄຟຟ້າ (EV), ນໍາໃຊ້ລົດສາທາລະນະຢ່າງກວ້າງຂວາງ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນຕື່ມ; ຄຽງຄູ່ກັນນັ້ນ, ການພັດທະນາແຫຼ່ງພະລັງງານທາງເລືອກໃໝ່ ກໍມີຄວາມຫຼາກຫຼາຍ ແລະ ຜົນສໍາເລັດເປັນກ້າວໆມາ ໂດຍສະເພາະແມ່ນໂຄງການພະລັງງານລົມ ທີ່ປັດຈຸບັນສາມາດພັດທະນາສໍາເລັດ ແລະ ສົ່ງອອກໄຟຟ້າໄປຕ່າງປະເທດເຖິງ 1,500 ເມກາວັດ (ສົ່ງອອກຕ່າງປະເທດ 100%).
ພ້ອມນີ້, ໃນແຜນຍຸດທະສາດດັ່ງກ່າວ ຍັງມີແຜນໂຄງການໄຟຟ້າຄວາມຮ້ອນຈາກຖ່ານຫີນເພື່ອສະໜອງພາຍໃນໂຄງການ ທີ່ມີກຳລັງຕິດຕັ້ງລວມກັນສູງເຖິງ 750 MW ເຂົ້າໃນແຜນພັດທະນາໄຟຟ້າແຫ່ງຊາດ ປີ 2021-2030 ແຕ່ອາດຈະບໍ່ສາມາດພັດທະນາສໍາເລັດຕາມແຜນ ເນື່ອງຈາກບໍ່ສາມາດຫາແຫຼ່ງທຶນມາພັດທະນາໄດ້ເທື່ອ; ຕໍ່ກັບບັນຫາດັ່ງກ່າວ, ຈຶ່ງສະເໜີໃຫ້ຮັກສາແຫຼ່ງຖ່ານຫີນ ເພື່ອເປັນເຊື້ອເພີງໃນການຜະລິດໄຟຟ້າໃນອະນາຄົດ.
#ຄໍາຖາມທີ 3: ໃນກິດຈະການທີ່ນໍາໃຊ້ຊັບພະຍາກອນທຳມະຊາດ, ລັດຖະບານມີແຜນຈະເຮັດແນວໃດ ໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງກວ່າເກົ່າ ແລະ ມີນະໂຍບາຍຈະສະຫງວນຊັບພະຍາກອນຊະນິດໃດໃຫ້ກັບລັດຖະບານ ແລະ ຄົນລາວ ຫຼື ບໍ່ໃຫ້ຕ່າງປະເທດຖືຮຸ້ນ 100%?
ສໍາລັບຊັບພະຍາກອນແຮ່ທາດທີ່ເປັນທ່າແຮງສໍາຄັນຂອງການພັດທະນາປະເທດເຮົາ, ປັດຈຸບັນ ລັດຖະບານກໍາລັງຄົ້ນຄວ້າອອກຄໍາສັ່ງກ່ຽວກັບນະໂຍບາຍການພັດທະນາແຮ່ທາດໃນໄລຍະໃໝ່ (ຄາດວ່າຈະປະກາດໃຊ້ໃນໄວໆນີ້) ໂດຍຮ່າງຄໍາສັ່ງດັ່ງກ່າວ ໄດ້ກຳນົດກ່ຽວກັບທິດທາງການພັດທະນາແຮ່ທາດແຕ່ລະຊະນິດ ເຊັ່ນ: ແຮ່ທາດຫາຍາກ, ແຮ່ຄໍາ, ເເຮ່ເກືອໂປຕາສ, ຫີນກາວ, ຖ່ານຫີນ, ບົກຊິດ ແລະ ອື່ນໆ ໂດຍຈະຫຼຸດຜ່ອນ, ຈຳກັດ ແລະ ກ້າວໄປສູ່ການຢຸດຕິສົ່ງອອກແຮ່ດິບໂດຍປາດສະຈາກການປຸງແຕ່ງຢ່າງຂາດຕົວ; ແຕ່ຈະສົ່ງເສີມການປຸງແຕ່ງແຮ່ທາດຢູ່ພາຍໃນ ໃຫ້ເປັນຜະລິດຕະພັນສໍາເລັດຮູບ ຫຼື ເຄິ່ງສໍາເລັດຮູບ ເພື່ອສົ່ງອອກ ໃນນີ້, ຈະຊຸກຍູ້ສົ່ງເສີມຜູ້ພັດທະນາ ແລະ ຜູ້ລົງທຶນ ພັດທະນາໂຮງງານປຸງແຕ່ງແຮ່ທາດຢູ່ ສປປລາວ ຫຼື ຜູ້ທີ່ບໍ່ມີໂຮງງານປຸງແຕ່ງ ກໍນໍາໃຊ້ໂຮງງານປຸງແຕ່ງໃນ ສປປລາວ ແລ້ວຈຶ່ງສົ່ງອອກ. ປັດຈຸບັນ, ກຳລັງປັບປຸງກົດໝາຍວ່າດ້ວຍແຮ່ທາດ ເຊິ່ງຈະສະເໜີຜ່ານກອງປະຊຸມ ສພຊ ໃນໄວໆນີ້.
#ຄໍາຖາມທີ 4: ຜ່ານມາລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ອະນຸມັດໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ (ລວມທັງເວນຄືນທີ່ດິນປະຊາຊົນໃຫ້ແກ່ການລົງທຶນ) ຈໍານວນຫຼາຍກວ່າ 2,500 ໂຄງການ, ເຮົາໄດ້ມີການປະເມີນຜົນປະໂຫຍດ ແລະ ຜົນກະທົບລວມຕໍ່ລັດ ແລະ ປະຊາຊົນຄືແນວໃດ?
ລັດຖະບານໄດ້ລົງກວດກາຄືນໂຄງການເຊົ່າ ແລະ ສຳປະທານທີ່ດິນໃນຂອບເຂດທົ່ວປະເທດທີ່ຢູ່ໃນເປົ້າໝາຍທີ່ສະພາແຫ່ງຊາດຮັບຮອງ ແນໃສ່ກວດກາການນໍາໃຊ້ຊັບພະຍາກອນດິນໃຫ້ໄປຕາມແຜນຈັດສັນທີ່ດິນແຫ່ງຊາດ ແລະ ຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ຕິດພັນກັບການຄຸ້ມຄອງສິ່ງແວດລ້ອມຂອງໂຄງການປະເພດຕ່າງໆຄືນໃໝ່ ໂດຍຈະທົບທວນໂຄງການເຊົ່າ-ສໍາປະທານເປັນລາຍໂຄງການໂດຍແບ່ງເປັນ: ໂຄງການທີ່ດໍາເນີນດີ ຈະໃຫ້ສືບຕໍ່, ໂຄງການທີ່ມີບັນຫາ ຈະຕ້ອງໄດ້ຮັບການແກ້ໄຂ, ແລະ ໂຄງການທີ່ບໍ່ປະຕິບັດຕາມສັນຍາ, ບໍ່ມີຄວາມຄືບໜ້າ ຫຼື ບໍ່ກຸ້ມຄ່າ ກໍຈະມີມາດຕະການຕັກເຕືອນ ຫຼື ປັບປຸງສັນຍາ ຈົນກ້າວໄປເຖິງການພິຈາລະນາຍົກເລີກ ຫຼື ຖອນຄືນ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ; ພ້ອມກັນນີ້, ກໍຈະລາຍງານຜົນການກວດກາໃຫ້ ສພຊ ຮັບຊາບນໍາ.
ຈາກບົດຮຽນ ແລະ ຄວາມທ້າທາຍໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ໃນຕໍ່ໜ້າ ລັດຖະບານຈະສືບຕໍ່ກວດກາ ແລະ ເພີ່ມທະວີເອົາໃຈໃສ່ໃນການອະນຸມັດໂຄງການ ກໍຄືການອະນຸມັດເຊົ່າ-ສຳປະທານທີ່ດິນລັດ ໂດຍຈະກຳນົດມູນຄ່າທີ່ດິນ, ການຊົດເຊີຍ, ການກຳນົດພັນທະຂອງຜູ້ລົງທຶນ ພ້ອມທັງຄຸ້ມຄອງ, ຕິດຕາມກວດກາຫຼັງການອະນຸມັດ ຢ່າງເຂັ້ມງວດແຕ່ຫົວທີ ແລະ ເປັນແຕ່ລະໄລຍະ; ການອະນຸມັດ ຈະຄໍານຶງ ແລະ ຊັ່ງຊາລະຫວ່າງຜົນໄດ້ຮັບທາງເສດຖະກິດ ກັບ ຜົນກະທົບຕໍ່ສັງຄົມ-ສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ຮັດກຸມ.