(ສພຊ) – ວັນທີ 6 ຕຸລານີ້ ໄດ້ມີພິທີມອບ-ຮັບນໍ້າດື່ມ ມິນີໂຣ ພຣີມຽມ ຈຳນວນ 1,052 ແພັກ ລວມມູນຄ່າ 200 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະດຳ ເນີນໄປຈົນເຖິງວັນທີ 21 ຕຸລາ 2026, ຕາງໜ້າຮັບໂດຍທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະ ມອບໂດຍທ່ານ ໄຊຍະສິດ ຊະນະແກ້ວ ຜູ້ອໍານວຍການໂຮງງານນໍ້າດື່ມ ມິນີໂຣ ແລະ ນໍ້າໝາກໄມ້ ຈໍາກັດ (ກຸ່ມບໍລິສັດ DSK ຈໍາກັດ); ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ມອບໃບຍ້ອງຍໍຂອງປະທານຄະນະປະຈຳສະພາແຫ່ງຊາດ ໃຫ້ກຸ່ມບໍລິສັດດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຄັ້ງນີ້ ເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມ ຄວາມດີ ຢ່າງສົມກຽດ.


