ພິທີມອບ-ຮັບເຄື່ອງຊ່ວຍເຫຼືອນັກຮຽນຢູ່ເຂດຫ່າງໄກສອກຫຼີກ

ກ.ຍ. 11, 2026

(ສພຊ) – ວັນທີ 11 ກັນຍານີ້ ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເຄື່ອງກິລາຈຳນວນ 1,600 ຜືນ ລວມມູນຄ່າທັງໝົດ 80 ລ້ານກີບ ເພື່ອນໍາໄປຊ່ວຍເຫຼືອເດັກນັກຮຽນຢູ່ເຂດຫ່າງໄກສອກຫຼີກ, ຕາງໜ້າຮັບໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ແລະ ມອບໂດຍທ່ານ ນາງ ທິບຄູນເຮືອນ ດາລາແສງ ຕາງໜ້າກຸ່ມບໍລິສັດ ຮຸ່ງອາລຸນ ແລະ ບໍລິສັດ ອີໂວ ຈຳກັດຜູ້ດຽວ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມອບໃບຍ້ອງຍໍຂອງປະທານຄະນະປະຈຳສະພາແຫ່ງຊາດ ໃຫ້ບໍລິສັດດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຄັ້ງນີ້ ເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຢ່າງສົມກຽດ.