
ຕອນເຊົ້າຂອງວັນທີ 4 ສິງຫາ 2026 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໄດ້ຈັດພິທີປະກາດການແຕ່ງຕັ້ງ ປະທານ, ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ; ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ, ການນໍາແຂວງ, 2 ກອງບັນຊາການ ປກຊ-ປກສ, ພະແນກການ, ອົງການລັດທຽບເທົ່າ ແລະ ພະນັກງານຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີ, ພາຍຫຼັງທີ່ຄະນະຮັບຜິດຊອບກ່າວຈຸດປະສົງ-ພ້ອມທັງກ່າວຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດແລ້ວ; ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງອຸດົມໄຊ; ຫຼັງຈາກນັ້ນ, ທ່ານ ເຂັມພອນ ອະໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂື້ນຜ່ານມະຕິ ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ສະບັບເລກທີ 184/ຄປຈ, ລົງວັນທີ 8 ກໍລະກົດ 2026; ໂດຍແຕ່ງຕັ້ງທ່ານ ບຸນຄົງ ຫຼ້າຈຽມພອນ ເປັນປະທານ, ທ່ານ ນ. ຄໍາໝັ້ນ ແກ້ວບຸນຫວນ ເປັນຮອງປະທານ, ທ່ານ ນ. ວິລະວອນ ພັນທະວົງ ເປັນຄະນະ, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ເປັນຄະນະ, ທ່ານ ດຣ ນ. ສິດທິວອນ ຫົງສາຄອນ ເປັນຄະນະ, ທ່ານ ຄອນສີ ໄຊຍະມອນ ເປັນຄະນະ, ທ່ານ ນ. ມະນີຈູ ຢາຈົງວາ ເປັນຄະນະ ແລະ ທ່ານ ພັທ ແກ້ວວິເສດ ລູກສອນນ້ອຍ ເປັນຄະນະ.




ໃນພິທີ ທີ່ມີຄວາມໝາຍສໍາຄັນນີ້, ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມ ຍັງໄດ້ເປັນກຽດໃຫ້ໂອ້ລົມຕໍ່ພິທີ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຮັບການໂອ້ລົມດັ່ງກ່າວ.
ພີທີ, ໄດ້ດຳເນີນເປັນເວລາ 1 ຕອນ ແລະ ປິດລົງດ້ວຍຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.ພາບ/ຂ່າວ: ສະພາປະຊາຊົນແຂວງ;
ແສງພອນ ອິນນະລົງ.
