ພິທີ ປາຖະກະຖາ ວັນປະກາດໃຊ້ລັດຖະທຳມະນູນ ແລະ ວັນສ້າງຕັ້ງສານປະຊາຊົນ
——————————————————–
ຕອນເຊົ້າຂອງທີ 20 ສິງຫາ 2026 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ຂອງ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດພິທີ ປາຖະກະຖາ ວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ ຂອງ ສປປ ລາວ (15 ສິງຫາ 1982 – 15 ສິງຫາ 2026) ຂຶ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ,ປະທານ ສະພາປະຊາຊົນແຂວງຫຼວງພະບາງ, ມີບັນດາທ່ານການນຳແຂວງ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ຂອງສະພາປະຊາຊົນແຂວງ ແລະ ສານປະຊາຊົນ ພາກ, ແຂວງ, ເຂດ ແລະ ສານທະຫານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ບຸນເລື່ອມ ມະນີວົງ ໄດ້ຍົກໃຫ້ເຫັນມູນເຊື້ອຄວາມເປັນມາ, ຄວາມໝາຍສໍາຄັນ, ການຈັດຕັ້ງປະຕິບັດ ແລະ ການເພີ່ມທະວີ ການຈັດຕັ້ງປະຕິບັດ ໃນໄລຍະ 35 ປີຜ່ານມາ; ເຊິ່ງນັບແຕ່ປີ 1986 ເປັນຕົ້ນມາ ພັກ ແລະ ລັດເຮົາ ໄດ້ຍົກລະດັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍການຄຸ້ມຄອງຕາມ ລັດຖະທຳມະນູນ ແລະ ກົດໝາຍ ທີ່ມີຫຼັກການ ຂອງພັກ ທີ່ໄດ້ຖືກຫັນມາເປັນ ກົດໝາຍພື້ນຖານຂອງຊາດ ຊຶ່ງໄດ້ກໍານົດກ່ຽວກັບ ລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານ ຂອງພົນລະເມືອງລາວ.

ຈົນມາເຖີງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມ ວັນທີ 14 ສິງຫາ 1991, ຈຶ່ງໄດ້ຮັບຮອງເອົາ ລັດຖະທຳມະນູນ ສະບັບທໍາອິດ ແຫ່ງ ສປປ ລາວ ແລະ ມາເຖິງທ້າຍປີ 1995 ການເມືອງສູນກາງພັກ ສະໄໝທີ V, ສະພາແຫ່ງຊາດ ຊຸດທີ III ຈຶ່ງໄດ້ຕົກລົງກໍານົດເອົາວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນແຫ່ງຊາດລາວ ແລະ ມາຮອດປະຈຸບັນ ລັດຖະທຳມະນູນແຫ່ງ ສປປລາວ ໄດ້ມີການປັບປຸງ ມາແລ້ວ 3 ຄັ້ງຄື: ປີ 2003, ປີ 2015, ປີ 2025 ແລະ ໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໃນຂົງເຂດຕ່າງໆ ປະຈຸບັດມີຈຳນວນທັງໝົດ 176 ສະບັບ; ໃນນີ້, ຂົງເຂດເສດຖະກິດ 79 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 47 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 33 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 12 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ; ເຊິ່ງລັດຖະທຳມະນູນ ແລະ ກົດໝາຍ ໄດ້ກາຍເປັນພາຫະນະອັນແຫຼມຄົມ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ແນ່ໃສ່ເຮັດໃຫ້ປະເທດຊາດ ມີສະສະຖຽນລະພາບ ດ້ານການເມືອງຢ່າງໜັ້ນທ່ຽງ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງເຂັ້ມງວດ.
ໃນໂອກາດດຽວກັນນັ້ນທ່ານ ຍັງໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ, ໄລຍະແຫ່ງການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງສະພາປະຊາຊົນ ແລະ ມູນເຊື້ອ ຂອງ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ ຂອງ ສປປ ລາວ (15 ສິງຫາ 1982 – 15 ສິງຫາ 2026) ຕື່ມອີກ.

ການປາຖະກະຖາຄັ້ງນີ້, ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ເຂົ້າໃຈ, ຄວາມເປັນມາ, ຄວາມສຳຄັນ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ ກຳແໜ້ນໄດ້ແນວທາງນະບາຍຂອງພັກ, ເພື່ອໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ຍຸຕິທຳ ແລະ ສີວິໄລ.
ພາບ: ທະນູສິນ ອິດທິພົນ
ຂ່າວ: ວິລິຍະ ວັນນະສີ

