(ສພຊ) – ກອງປະຊຸມໃຫຍ່ໜ່ວຍພັກຮາກຖານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ຄັ້ງທີ V ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 25 ມິຖຸນາ 2026 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ພົຈວ. ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ, ເລຂາໜ່ວຍພັກຮາກຖານ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເຂົ້າຮ່ວມ ແລະ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະພາແຫ່ງຊາດ, ມີສະມາຊິກພັກທີ່ເປັນຜູ້ແທນກອງປະຊຸມໃຫຍ່ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 9 ສະຫາຍ.
ກອງປະຊຸມໃຫຍ່ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ບົນພື້ນຖານຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ຕໍ່ຮ່າງລາຍງານການເມືອງຂອງຄະນະໜ່ວຍພັກຮາກຖານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະໄໝທີ IV ທີ່ໄດ້ຕີລາຄາຄືນບັນດາຜົນສຳເລັດທີ່ບັນລຸໄດ້ໃນ 5 ປີຜ່ານມາ; ໄດ້ຮັບຮອງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກຮາກຖານ ກປຊສ ສະໄໝທີ IV ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ, ຄວາມເປັນເຈົ້າການປະດິດສ້າງ ແລະ ການສູ້ຊົນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານພັກສະພາແຫ່ງຊາດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານ ກປຊສ ໄດ້ຮັບຜົນສໍາເລັດອັນສໍາຄັນໃນຫຼາຍດ້ານ ແລະ ບາງດ້ານກໍລື່ນຄາດໝາຍ.
ໃນກອງປະຊຸມໃຫຍ່, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊຸດໃໝ່ (ສະໄໝທີ V) ຕາມມາດຕະຖານ-ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ 7 ສະຫາຍ ແລະ ເລືອກໄດ້ຄະນະພັກຊຸດໃໝ່ຈຳນວນ 5 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາສະຫາຍ ພົຈວ. ສຸລິໄຊ ພິຈິດ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພົຈວ. ຄໍາແຝງ ວັນດີໄຊ ເປັນຮອງເລຂາໜ່ວຍພັກຮາກຖານ ແລະ ສະຫາຍ ພົຈວ. ແສງທອງ ທໍາມະເທວາ ເປັນປະທານກວດກາຂອງໜ່ວຍພັກຮາກຖານ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 13 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ເຊິ່ງຈະເປີດຂຶ້ນໃນຕໍ່ໜ້າ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຮອບດ້ານທີ່ໜ່ວຍພັກຍາດມາໄດ້ໃນໄລຍະ 5 ປີຜ່ານມາ ໂດຍສະແດງອອກໃນວຽກງານການເມືອງ-ແນວຄິດ, ການກໍ່ສ້າງພັກ, ການປັບປຸງກົງຈັກການຈັດຕັ້ງ, ການຊີ້ນຳນຳພາວຽກງານວິຊາສະເພາະ ແລະ ອົງການຈັດຕັ້ງມະຫາຊົນ. ສະຫາຍຮອງເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຍັງໄດ້ມີຄໍາເຫັນເນັ້ນຕື່ມບາງດ້ານເພື່ອປະຕິບັດໜ້າທີ່ທິດທາງໃນຕໍ່ໜ້າຂອງໜ່ວຍພັກ ຄື: ເພີ່ມທະວີວຽກງານສຶກສາອົບຮົມແນວຄິດການເມືອງ ດ້ວຍຫຼາຍຮູບການ, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເຊື່ອມຊຶມກຳແໜ້ນບັນດາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກຳລັງປະກອບອາວຸດປະຊາຊົນ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກພາຍໃນກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີເງື່ອນໄຂ; ສືບຕໍ່ເພີ່ມທະວີການນໍາພາ-ຊີ້ນໍາປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ໃນເງື່ອນໄຂສະພາບການໃໝ່ ໃຫ້ເລິກເຊິ່ງເຖິງຖອງ, ກວ້າງຂວາງ ແລະ ເຂັ້ມງວດຂຶ້ນກວ່າເກົ່າ; ປະສານສົມທົບແໜ້ນກັບກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອຊຸກຍູ້ການປະຕິບັດຍຸດທະສາດຫັນກຳລັງລົງກໍ່ສ້າງຮາກຖານໃຫ້ແຂງແຮງກວ່າເກົ່າ; ສືບຕໍ່ປັບປຸງກໍ່ສ້າງພະນັກງານສືບທອດປ່ຽນແທນ ຖືເປັນບັນຫາປັດໄຈຕັດສິນ, ອັນສໍາຄັນ ສຸມໃສ່ປັບປຸງດ້ານແບບແຜນວິທີເຮັດວຽກ; ເພີ່ມທະວີການປະສານງານພາຍໃນສະພາແຫ່ງຊາດ; ສູ້ຊົນໃຫ້ພະນັກງານສະມາຊິກພັກພາຍໃນກຳມາທິການ ສືບຕໍ່ມີຄວາມອຸ່ນອຽນທຸ່ນທ່ຽງ, ຮັກສາໄດ້ຄວາມສະຫງົບປອດໄພໃນຖັນແຖວພະນັກງານ; ເຊີດຊູບົດບາດການນໍາພາຂອງພັກໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງສະພາແຫ່ງຊາດ, ໂດຍສະເພາະແມ່ນການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ໃນຕໍ່ໜ້າ.
ຜົນສຳເລັດກອງປະຊຸມໃຫຍ່ສະມາຊິກພັກຂອງໜ່ວຍພັກຮາກຖານ ກປຊສ ຄັ້ງທີ V
