(ສພຊ) – ຕອນແລງວັນທີ 28 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຂິງຄຳ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ໂດຍທ່ານໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນລະຫວ່າງວັນທີ 27-28 ກໍລະກົດ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນສິງຫາ 2026.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ໃນ 4 ວາລະສໍາຄັນ ຄື:
ວາລະທີ 1: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກໍລະກົດ ແລະ ທິດທາງແຜນການປະຈຳເດືອນສິງຫາ 2026 ຂອງລັດຖະບານ, ໃນນັ້ນ ວຽກງານພົ້ນເດັ່ນປະຈໍາເດືອນກໍລະກົດ ເຫັນວ່າ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.6%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ-ຂົວ, ການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫານໍ້າມັນເຊື້ອໄຟ, ການຫັນເປັນດີຈິຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ການເຄື່ອນໄຫວວຽກງານຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ສືບຕໍ່ມີຄວາມຄືບໜ້າເປັນກ້າວໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາສະແກມເມີ, ຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ-ປຸ້ນຈີ້ຊີງຊັບ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາໄຟຟ້າຕົກ, ການສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການລັກລອບຄົນເຂົ້າ-ອອກເມືອງ; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ການຄຸ້ມຄອງລາຄາສິນຄ້າ; ຄວາມຕື່ນຕົວເປັນເຈົ້າໃນການຈັດຕັ້ງປະຕິບັດທິດຊີ້ນໍາຂອງລັດຖະບານ; ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ ແລະ ອື່ນໆ.
ສໍາລັບວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຜົນການຄົ້ນຄວ້າປັບປຸງບັນຊີກິດຈະການຄວບຄຸມ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍຫຼຸດລົງຈາກ 44 ລາຍການ ເປັນ 20 ລາຍການ ເພື່ອໃຫ້ສອດຄ່ອງກັບທ່າອຽງການພັດທະນາເສດຖະກິດ-ສັງຄົມ ກໍຄືກົດໝາຍທີ່ກ່ຽວຂ້ອງ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາບັນດາຮ່າງກົດໝາຍທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ຈຳນວນ 16 ສະບັບ, ໃນນັ້ນ ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 14 ສະບັບ; ກອງປະຊຸມ ໄດ້ຊີ້ນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ນຳເອົາຮ່າງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໄປປັບປຸງຕື່ມບາງຈຸດ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 4 ສະບັບຄື: (1) ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່, (2) ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ, (3) ຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ແລະ (4) ຮ່າງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ; ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ.
ສໍາລັບແຜນວຽກຈຸດສຸມໃນເດືອນສິງຫາ: ລັດຖະບານຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້:
1. ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃນຂອບເຂດທົ່ວປະເທດ; ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ບັນດາຂ່າວບິດເບືອນ ແລະ ໃສ່ຮ້າຍປ້າຍສີຕ່າງໆ; ກະກຽມຄວາມພ້ອມຮອບດ້ານໃນການຮັບມືກັບໄພນໍ້າຖ້ວມ ເພື່ອຊ່ວຍເຫຼືອປະຊາຊົນເຂດນ້ຳຖ້ວມ ໃຫ້ທັນການ ແລະ ປອດໄພ.
2. ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜີ້ຕ້ອງຮັບທີ່ຍັງຄ້າງຊຳລະ, ໜີ້ສິນຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ, ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຢູ່ບັນດາຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄົ້ນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າປອດພາສີໃນຕົວເມືອງ ເພື່ອກະຕຸ້ນກຳລັງຊື້ຂອງນັກທ່ອງທ່ຽວ; ສືບຕໍ່ຄົ້ນຄວ້ານະໂຍບາຍພິເສດສຳລັບການພັດທະນາແຂວງຫົວພັນ ແລະ ຜົ້ງສາລີ ໃຫ້ສຳເລັດພາຍໃນເດືອນສິງຫານີ້.
3. ຕິດຕາມລາຄານໍ້າມັນໃນຕະຫຼາດໂລກຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຕໍ່ຄວາມສ່ຽງໃນການຂາດແຄນ ແລະ ເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເພື່ອຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕຸນ ແລະ ປັບໂຄງສ້າງລາຄາໃຫ້ແທດເໝາະກັບສະພາບຕົວຈິງ; ຮີບຮ້ອນຄົ້ນຄວ້າກໍານົດທາງເລືອກໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນຈາກ ສສ.ຫວຽດນາມ ມາ ສປປລາວ ແລ້ວລາຍງານລັດຖະ ບານໃນເດືອນສິງຫານີ້; ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ ໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນຳໃຊ້ນໍ້າມັນເຊື້ອໄຟ; ເອົາໃຈໃສ່ຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ ແລະ ບໍລິຫານຈັດການນໍ້າໃນເຂື່ອນ, ສ້າງແຜນຮັບມືຕໍ່ກັບບັນຫາໄຟຟ້າຕົກ-ໄຟຟ້າດັບ ທີ່ອາດຈະເກີດຂຶ້ນ; ປັບປຸງແກ້ໄຂ ບັນຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄເບິນ ທີ່ມີອາຍຸການໃຊ້ງານຫຼາຍປີ ເພື່ອປ້ອງກັນການເກີດອັກຄີໄພ.
4. ສືບຕໍ່ສຸມໃສ່ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຫຼວງທ້ອງຖິ່ນ ທີ່ອາດໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ເດັດຂາດບໍ່ໃຫ້ການສັນຈອນຖືກຕັດຂາດ ແລະ ກໍ່ສ້າງບັນດາເສັ້ນທາງ ທີ່ກຳນົດໃນແຜນແລ້ວ ໃຫ້ມີຄວາມຄືບໜ້າໄວ.
5. ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝົ້າລະວັງ ແລະ ແຈ້ງໃຫ້ຊາວກະສິກອນກະກຽມຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ, ພະຍາດພືດ-ສັດ ທີ່ອາດຈະກະທົບຕໍ່ການຜະລິດຂອງປະຊາຊົນ.
6. ສືບຕໍ່ກະກຽມຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາ 2026-2027 ແລະ ປຸກລະດົມ, ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ລູກຫຼານ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ກະກຽມເປີດສົກຮຽນໃໝ່ໃນທຸກຊັ້ນຮຽນ, ພ້ອມທັງ ແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ ໃຫ້ມີຄວາມເຂັ້ມແຂງ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນລະດັບຕ່າງໆ.
7. ສືບຕໍ່ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການ, ຄຸ້ມຄອງການເຄື່ອນຍ້າຍແຮງງານເຂົ້າ-ອອກຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ.
8. ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ທີ່ໄດ້ຮັບອະນຸຍາດສໍາປະທານ ໃຫ້ດຳເນີນໄປຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້.
9. ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ; ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການ, ການຫັນເປັນທັນສະໄໝ ແລະ ການຄຸ້ມຄອງການບໍລິການຂອງໂຮງໝໍເອກະຊົນ ໃຫ້ຮັດກຸມ.
10. ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ເຂັ້ມງວດກວ່າເກົ່າ ເປັນຕົ້ນ ບັນຫາປ້າຍໂຄສະນາ, ສຽງເນືອງນັນເກີນຂອບເຂດ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທີ່ມັກເກີດຂຶ້ນ.
11. ໃຫ້ແຕ່ລະກະຊວງ-ອົງການທຽບເທົ່າ ເປັນເຈົ້າການລົງຮາກຖານຊ່ວຍແຂວງ ຕາມຂໍ້ຕົກລົງເລກທີ 27/ນຍ, ລົງວັນທີ 20 ເມສາ 2026.
12. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນບັນດາກອງປະຊຸມ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ, ຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ການຕ້ອນຮັບຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປລາວ.
13. ໃຫ້ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ສັງລວມກ່ຽວກັບການຈັດຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານ ຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆ ໃນໄລຍະເດືອນມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ ຫສນຍ ເພື່ອສັງລວມລາຍງານທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີຜູ້ຊີ້ນຳ ໄດ້ຮັບຊາບ ແລະ ມີທິດຊີ້ນຳ.
14. ສຸມໃສ່ກະກຽມຮ່າງກົດໝາຍຕ່າງໆ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ທ່ວງທັນເວລາ.
15. ໃຫ້ກະຊວງກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ປັບປຸງເອກະສານທີ່ຈະລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນຕົ້ນເດືອນສິງຫານີ້.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳເດືອນສິງຫາທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ.
(ກົມປະຊາສຳພັນ, ຫສນຍ)
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ
