ຜົນກອງປະຊຸມລັດຖະບານ ປະຈຳເດືອນພະຈິກ

ພ.ຈ. 24, 2026

       (ສພຊ) – ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ໄດ້ດຳເນີນໃນວັນທີ 23 ພະຈິກນີ້ ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ, ບັນດາທ່ານປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພະຈິກ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນທັນວາ 2026 ເຊິ່ງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 4 ວາລະສໍາຄັນ ຄື:
       ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບວຽກຈຸດສຸມພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈໍາເດືອນທັນວາ 2026 ຂອງລັດຖະບານ ໃນນັ້ນ, ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ເຊິ່ງສາມາດມ້າງຄະດີຢາເສບຕິດ 299 ເລື່ອງ, ມ້າງກຸ່ມແກ້ງສະແກມເມີ 6​ ຄັ້ງ ກັກຕົວຜູ້ຕ້ອງຫາໄດ້ 51 ຄົນ ລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ; ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ແຕ່ເດືອນຕຸລາ-ພະຈິກ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ສາມາດຢຶດລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນທີ່ນໍາໃຊ້ເຂົ້າໃນການລັກລອບຈໍານວນໜຶ່ງ; ຄະນະສະເພາະກິດ 1885/ກງ ໄດ້ທ້ອນໂຮມຊັບສິນທີ່ຍຶດໄດ້ ແຕ່ເດືອນເມສາ-ພະຈິກ ຢູ່ 8 ແຂວງ ລວມມີພາຫະນະ 103 ຄັນ ເຊິ່ງຊັບສິນທີ່ສະສາງສຳເລັດແລ້ວ ມີພາຫະນະ 33 ຄັນ ມູນຄ່າ 10.8 ຕື້ກີບ, ສ່ວນຊັບສິນທີ່ຍັງຢູ່ໃນຂັ້ນຕອນກະກຽມສະສາງອອກ ຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສໍາເລັດການປັບປຸງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ສໍາເລັດການກະກຽມລາຍງານທາງດ້ານເນື້ອໃນ ໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ຈໍານວນ 3 ຫົວຂໍ້; ຮອດວັນທີ 17 ພະຈິກ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 92% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າຕື້ກີບ), ປະຕິບັດແຜນລາຍຈ່າຍງົບປະມານໄດ້ 68% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.7%; ການລະດົມແຫຼ່ງທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ ສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າ 5.66 ເດືອນ; ສາມາດອອກໃບຕາດິນໄດ້ 167,000 ກວ່າຕອນ ເທົ່າກັບ 120% ຂອງແຜນການປີ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ຮັບກົນຈັກ ແລະ ອຸປະກອນສ້ອມແປງເສັ້ນທາງ ຈາກລັດຖະບານຍີ່ປຸ່ນ ມູນຄ່າເກືອບ 1 ລ້ານເຢນ; ໄດ້ຈັດຕັ້ງປະຕິບັດມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC ເຊິ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດເກັບເງິນຜ່ານທາງເລກ 9 ເປັນໂຄງການຕົວແບບ ໂດຍເລີ່ມແຕ່ວັນທີ 16 ພະຈິກ, ເຫັນວ່າສາມາດເກັບເງິນຄ່າຜ່ານທາງດັ່ງກ່າວ ບໍ່ຫຼຸດ 700 ລ້ານກີບ/ວັນ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ສາມາດທຽວໄປມາໄດ້ສະດວກຫຼາຍຂຶ້ນ; ສໍາເລັດການກໍ່ສ້າງ, ມອບ-ຮັບສະໜາມກິລາເຈົ້າອານຸວົງ; ສຳເລັດກອງປະຊຸມຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກອງປະຊຸມລະດັບສູງ ວ່າດ້ວຍການຫັນເປັນດິຈິຕອນ ຂອງ ສປປລາວ ປະຈຳປີ 2026; ສຳເລັດການຍົກລະດັບມະຫາວິທະຍາໄລສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ ແລະ ເປີດສົກຮຽນໃໝ່ 2026-2027, ທັງໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ ເປັນຕົ້ນ ກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີສາກົນ ຄັ້ງທີ 20 ທີ່ກຳປູເຈຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຟີລິບປິນ, ພ້ອມກັນນັ້ນ ກໍໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປລາວ ມີຜົນສຳເລັດເປັນຢ່າງດີ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດຕາມກວດກາ, ກຳນົດມາດຕະການແກ້ໄຂໃຫ້ທັນ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ: ບັນຫາປາກົດການຫຍໍ້ທໍ້ຂອງສັງຄົມ, ຂົງເຂດບໍ່ແຮ່, ຂົງເຂດການຄ້າ, ຂົງເຂດການຜະລິດ ແລະ ຂົງເຂດອື່ນໆ.
       ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (XEV) 2026-2035 ໂດຍໄດ້ຊີ້ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດຂໍ້ຫ້າມນໍາເຂົ້າແບັດເຕີລີລົດທີ່ເຊື່ອມ ແລະ ບໍ່ໄດ້ຄຸນນະພາບ ທັງກຳນົດແຜນຈັດການວັດຖຸອຸປະກອນ, ອາໄຫຼ່ ແລະ ອື່ນໆ ພາຍຫຼັງທີ່ລົດໄຟຟ້າໝົດອາຍຸການນຳໃຊ້ ແລະ ກາຍເປັນສິ່ງເສດເຫຼືອໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນ ໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບວຽກງານນີ້ຄືນໃໝ່ ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ.
        ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍມາດຕະການຊົ່ວຄາວ, ການຢຶດ, ອາຍັດ ແລະ ຮິບທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທຳຜິດ ເປັນຕົ້ນ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍໄດ້ຊີ້ນຳທະນາຄານແຫ່ງ ສປປລາວ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ແຜນການຊີ້ແຈງບັນຊີສີເທົາ, ການນຳໃຊ້ຄຳສັບ, ຂໍ້ມູນ ຫຼື ຫຼັກຖານ ທີ່ພາໃຫ້ສົງໄສ ຫຼື ພຶດຕິກໍາທີ່ເປັນການກະທໍາຜິດຕົ້ນ ຫຼື ເຫດການຮີບດ່ວນ ທີ່ອາດກະທົບໃສ່ທຶນ ຫຼື ຊັບສິນ ໃຫ້ຄົບຖ້ວນ, ຮັດກຸມ, ຊັດເຈນ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ການຕິດຕາມກວດກາ ແລະ ເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ສາກົນ.
       ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນດິຈິຕອນພາກລັດ ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະບັນດາຂໍ້ມູນທີ່ຫ້າມເປີດເຜີຍ, ການປົກປ້ອງຂໍ້ມູນພາຍໃນ, ບັນຫາທີ່ຕິດພັນກັບຄວາມໝັ້ນຄົງຂອງຊາດ; ພາຍຫຼັງປັບປຸງແລ້ວ ໃຫ້ນຳສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຕື່ມອີກ.
       ສຳລັບແຜນວຽກຈຸດສຸມປະຈຳເດືອນທັນວາ, ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນດັ່ງນີ້:
       1. ໃຫ້ສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາອາຊະຍາກໍາທາງໄຊເບີ, ບັນຫາການຟອກເງິນ, ບັນຫາຢາເສບຕິດ, ບັນຫາການຄ້າຂາຍເຖື່ອນ, ບັນຫາລັກຂຸດຄົ້ນຕັດໄມ້, ບັນຫາຂີ້ລັກງັດແງະປຸ້ນຈີ້ຊີງຊັບ, ບັນຫາອາວຸດເສິກທີ່ນໍາໃຊ້ບໍໍ່ຖືກຕ້ອງ.
       2. ກະກຽມເນື້ອໃນທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XII ແລະ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2026 ໂດຍສະເພາະ: (1) ບັນດາກະຊວງ-ອົງການທຽບເທົ່າ ໃຫ້ສະຫຼຸບຕີລາຄາວຽກງານປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027; (2) ສະຫຼຸບຕີລາຄາສະພາບການປະຕິບັດເງິນກອງທຶນທາງປີ 2026 ທິດທາງແຜນການປີ 2027; (3) ສະຫຼຸບຜົນການຈັດຕັ້ງປະຕິບັດມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 (ກ່ຽວກັບ ສອຈ), ມະຕິ 04/ລບ, ລົງວັນທີ 23 ມີນາ 2026 (ກ່ຽວກັບການຫັນການເກັບລາຍຮັບເປັນທັນສະໄໝ) ແລະ ມະຕິ 05/ລບ, ລົງວັນທີ 30 ມີນາ 2026 (ກ່ຽວກັບການປັບປຸງ ແລະ ກໍ່ສ້າງເສັ້ນທາງ).
        3. ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສູ້ຊົນເກັບລາຍຮັບໃຫ້ໄດ້ເກີນແຜນ ໂດຍສຸມໃສ່ແຂວງໃດທີ່ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ, ເກັບລາຍຮັບຈາກແຫຼ່ງທີ່ມີໃຫ້ຄົບຖ້ວນ, ກວດກາການປະຕິບັດພັນທະຂອງບັນດາໂຄງການລົງທຶນຕ່າງໆ, ປັບປຸງຫັນສູ່ລະບົບເກັບລາຍຮັບແບບທັນສະໄໝ, ເລັ່ງທວງໜີ້ຄ້າງຊຳລະທຸກປະເພດ, ປະມູນຊັບສິນທີ່ຢຶດໄດ້ຈາກຄະດີຕ່າງໆ, ເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆຢູ່ດ່ານ, ກະກຽມການກວດກາ ແລະ ດຳເນີນການປິດ 0 ໂມງ ໃຫ້ໄດ້ຮັບຜົນດີ, ສ້າງແຜນການແກ້ໄຂໜີ້ສິນ ທັງໜີ້ພາຍໃນ ແລະ ຕ່າງປະເທດ.
        4. ຮັກສາສະຖຽນລະພາບເງິນຕາ ແລະ ລາຄາສິນຄ້າ ເປັນຕົ້ນ ການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ, ການຄຸ້ມຄອງອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ລັດຄຸ້ມຄອງ, ການຄຸ້ມຄອງລາຄາຕໍ່ໝວດສິນຄ້າ ແລະ ຄ່າບໍລິການພື້ນຖານ.
        5. ຮີບຮ້ອນປັບປຸງຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງແຮ່ທາດໃນໄລຍະໃໝ່ ເພື່ອສະເໜີນາຍົກລັດຖະມົນຕີລົງລາຍເຊັນ; ຮີບຮ້ອນປັບປຸງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກໃໝ່ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ສຳເລັດ ແລະ ລົງລາຍເຊັນປະກາດໃຊ້ໄວ; ສືບຕໍ່ຕິດຕາມກວດກາໂຄງການບໍ່ແຮ່ທີ່ໄດ້ຮັບອະນຸມັດຜ່ານມາຢ່າງເຄັ່ງຄັດ, ພ້ອມທັງດຳເນີນການປະມູນແຮ່ທາດທີ່ຢຶດໄດ້ຈາກການລັກລອບຂຸດຄົ້ນ ຫຼື ຂຸດຄົ້ນບໍ່ຖືກຕ້ອງ; ສືບຕໍ່ກວດກາບັນດາໂຄງການແຮ່ຫາຍາກໃນຂອບເຂດທົ່ວປະເທດ (ທັງໂຄງການສຳຫຼວດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງ).
       6. ສຸມໃສ່ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງຊາດ ທີ່ມີທຶນແລ້ວໃຫ້ສຳເລັດໄວ ໂດຍສະເພາະເສັ້ນທາງ 13 ເໜືອ ແລະ 13 ໃຕ້; ເສັນທາງເລກທີ 8, ເລກທີ 12; ເສັ້ນທາງ 2E ແລະ ອື່ນໆ; ສືບຕໍ່ຊຸກຍູ້ບັນດາໂຄງການທີ່ເປັນບຸລິມະສິດ ເປັນຕົ້ນ ໂຄງການທາງດ່ວນ ລາວ-ຈີນ, ໂຄງການທາງລົດໄຟ ລາວ-ຫວຽດນາມ, ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ຊ້ວງທີ 2 ແຕ່ເມືອງບໍລິຄັນ ຫາຊາຍແດນດ່ານນໍ້າອອນ; ເລັ່ງຈັດລຽງບຸລິມະສິດຄວາມຈໍາເປັນຂອງແຕ່ລະເສັ້ນທາງ, ພ້ອມທັງຄົ້ນຄວ້າແຫຼ່ງທຶນ ແລະ ຮູບແບບການລົງທຶນ (ແບບ BOT ຫຼື OPBRC ຫຼື ງົບປະມານຂອງລັດ) ແລ້ວລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ທີ່ຈະຈັດຂຶ້ນໃນເດືອນທັນວານີ້.
       7. ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສືບຕໍ່ປະສານສົມທົບກັບບັນດາກະຊວງ-ອົງການຂັ້ນສູນກາງ ແລະ ບັນດາແຂວງ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີຄວາມຄືບໜ້າເປັນກ້າວໆ; ສຸມໃສ່ເກັບກ່ຽວເຂົ້ານາປີ ແລະ ກະກຽມຄວາມພ້ອມໃຫ້ແກ່ການຜະລິດລະດູແລ້ງ; ເອົາໃຈໃສ່ປ້ອງກັນການບຸກລຸກຈັບຈອງທີ່ດິນປ່າໄມ້; ເລັ່ງອອກໃບຕາດິນໃຫ້ບັນລຸຕາມແຜນ; ຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດສັດທີ່ເກີດຂຶ້ນຕາມລະດູການ; ສຸມໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ໃຫ້ບັນລຸຕາມແຜນການ; ເອົາໃຈໃສ່ລົງຕິດຕາມກວດກາ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນຕ່າງໆ ໂດຍສະເພາະໂຄງການບໍ່ແຮ່.
      8. ສຸມໃສ່ການພັດທະນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງບັນດາໂຄງການ, ສຸມໃສ່ຄຸ້ມຄອງແຮງງານຕ່າງປະເທດທີ່ມາອອກແຮງງານຢູ່ລາວ ໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຕາມກົດໝາຍ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ.
      9. ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອໃຫ້ອັດຕາການປະລະການຮຽນຫຼຸດລົງ, ສືບຕໍ່ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ສູງຂຶ້ນ ແລະ ຊອກຫາສາເຫດຂອງການປະລະການຮຽນ ເພື່ອມີມາດຕະການແກ້ໄຂໂດຍໄວ.
      10. ເພີ່ມທະວີການເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ພະຍາດຕາມລະດູການ; ສົ່ງເສີມການສັກວັກຊິນ; ສືບຕໍ່ຕິດຕາມກວດກາບັນດາໂຮງໝໍເອກະຊົນ ແລະ ສູນຄວາມງາມ ໃຫ້ເຄື່ອນໄຫວຖືກຕ້ອງ ແລະ ໄດ້ມາດຕະຖານ; ເອົາໃຈໃສ່ຕໍ່ວຽກງານອາຫານ ແລະ ຢາ ເພື່ອຮັບປະກັນຄວາມປອດໄພຂອງຜູ້ນຳໃຊ້.
       11. ສົ່ງເສີມວັດທະນະທໍາຮີດຄອງອັນດີງາມຂອງຊາດ ໃນການຈັດງານບຸນປະເພນີຕ່າງໆ ໃຫ້ມີຄວາມຟົດຟື້ນ; ສຸມໃສ່ປັບປຸງສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ພ້ອມທັງ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາສະຖານທີ່ບັນເທີງ, ຮ້ານອາຫານ ທີ່ຍັງລະເມີດມາດຕະການຂອງລັດຖະບານທີ່ກຳນົດ ເຊັ່ນ: ໃຊ້ສຽງດັງ, ເປີດກາຍໂມງ; ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
      12. ສຸມໃສ່ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ເພີ່ມຂຶ້ນ, ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາຂະແໜງ ແລະ ໜ່ວຍງານປະຕິບັດຄໍາຕັດສີນຂອງສານທົ່ວປະເທດ.
       13. ແຈ້ງເຕືອນໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ຊາບກ່ຽວກັບຮູບການຕ່າງໆທີ່ກຸ່ມຄົນບໍ່ດີຕົວະຍົວະຫຼອກລວງທາງໄຊເບີ ເພື່ອເພີ່ມຄວາມລະມັດລະວັງຕໍ່ໄພຄຸກຄາມທາງໄຊເບີ; ເອົາໃຈໃສ່ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນຫາຂ່າວລວງ, ຂ່າວປອມ ທີ່ບິດເບືອນຄວາມເປັນຈິງ ໂດຍນຳໃຊ້ຫຼາຍວິທີ, ຫຼາຍຮູບການ ເພື່ອຕີຖອຍປາກົດການດັ່ງກ່າວ.
       14. ສືບຕໍ່ຕິດຕາມສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນຢ່າງໃກ້ຊິດ ພ້ອມທັງປະເມີນສະພາບເກີດຂຶ້ນຈະກະທົບຕໍ່ປະເທດເຮົາຄືແນວໃດ; ກະກຽມການເດີນທາງໄປຕ່າງປະເທດຂອງການນຳຂັ້ນສູງ ທີ່ຈະເດີນທາງໄປຢ້ຽມຢາມທາງການ ແລະ ເຂົ້າຮ່ວມປະຊຸມສຸດຍອດ ACMECS ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ຢູ່ ສສ.ຫວຽດນາມ ແລະ ກະກຽມຕ້ອນຮັບແຂກຕ່າງປະເທດໃຫ້ດີ.
        ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນທັນວາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.
                               (ກົມປະຊາສຳພັນ, ຫສນຍ)