ປີ 2026 ສະພາແຫ່ງຊາດ ມີຜົນສໍາເລັດຫຼາຍດ້ານ

ຕ.ລ. 14, 2026

(ສພຊ) – ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ລາຍງານການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈຳປີ 2027 ຂອງສະພາແຫ່ງຊາດ ເຊິ່ງຕະຫຼອດໄລຍະເກືອບ 1 ປີຜ່ານມາ ມີຜົນສໍາເລັດຫຼາຍດ້ານດັ່ງນີ້:
ດ້ານນິຕິບັນຍັດ:
– ຮັບຮອງເອົາກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຢູ່ກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X;
– ຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ມາເປັນແຜນການປະຈຳປີ 2026 ເພື່ອນໍາເຂົ້າພິຈາລະນາຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X 8 ສະບັບ (ສ້າງໃໝ່ 1 ສະບັບ);
– ໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປລາວ ເປັນພາຄີ 8 ສະບັບ;
– ຜັນຂະຫຍາຍມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ 259 ມາດຕາ ຕິດພັນກັບ 74 ກົດໝາຍ ກວມເອົາ 4 ຂົງເຂດ ໃນນີ້, ການປົກຄອງ ແລະ ຍຸຕິທໍາ 48 ມາດຕາ ກວມເອົາ 13 ກົດໝາຍ, ປກຊ-ປກສ 11 ມາດຕາ ກວມເອົາ 4 ກົດໝາຍ, ເສດຖະກິດ 135 ມາດຕາ ກວມເອົາ 36 ກົດໝາຍ, ວັດທະນະທໍາ-ສັງຄົມ 60 ມາດຕາ ກວມເອົາ 19 ກົດໝາຍ ແລະ ຕ່າງປະເທດ 5 ມາດຕາ ກວມເອົາ 2 ກົດໝາຍ.
ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ:
– ຮັບຮອງເອົາການເລືອກຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ, ກົງຈັກການຈັດຕັ້ງຂອງລັດ, ແຜນການເຄື່ອນໄຫວວຽກງານ 5 ປີ ຂອງພາກສ່ວນຕ່າງໆ ເຊິ່ງອອກເປັນມະຕິກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X 20 ສະບັບ;
– ຮັບຮອງເອົາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ການຍົກລະດັບບັນຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ ຕິດພັນກັບການຮັບຮອງເອົາກົດໝາຍທີ່ກ່ຽວຂ້ອງ ໂດຍອອກເປັນມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X 4 ສະບັບ;
– ປັບປຸງກົງຈັກການຈັດຕັ້ງ ສພຊ ຊຸດທີ X ໂດຍໂຮມຈາກ 9 ກຳມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນຄວ້ານິຕິກໍາ ມາເປັນ 5 ກຳມາທິການ ແລະ ຫ້ອງວ່າການ ເຮັດໃຫ້ການປັບປຸງກົງຈັກຂັ້ນກົມ, ຂັ້ນພະແນກ ຫຼຸດຈາກ 28 ກົມ ມາເປັນ 20 ກົມ ແລະ ຈາກ 68 ພະແນກ ຍັງເຫຼືອ 57 ພະແນກ;
– ດຳເນີນກອງປະຊຸມ ຄປຈສພຊ ສະໄໝສາມັນ ແລະ ວິສາມັນ ນັບແຕ່ເດືອນມີນາ-ຕຸລາ 16 ຄັ້ງ ພິຈາລະນາຕົກລົງເນື້ອໃນຕ່າງໆ 82 ຫົວຂໍ້, ອອກເປັນມະຕິ 96 ສະບັບ ໃນນີ້, ຮັບຮອງເອົາບຸກຄະລາກອນຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 70 ສະບັບ.
ດ້ານການຕິດຕາມກວດກາ:
– ດໍາເນີນກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບ ລັດຖະບານ ເພື່ອປຶກສາຫາລື ແລະ ມີຄວາມເປັນເອກະພາບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນຈຸດສຸມ 6 ເດືອນທ້າຍປີ 2026; ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ມາດຕະການສົ່ງເສີມລົດໄຟຟ້າ ແລະ ພະລັງງານທົດແທນ; ທິດທາງການພັດທະນາແຮ່ທາດໃນໄລຍະໃໝ່; ກະກຽມເນື້ອໃນທີ່ຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 1;
– ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫຼືອ ຢູ່ 10 ແຂວງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນກາງປີນີ້ ດ້ວຍການລະດົມເປັນທຶນຊ່ວຍເຫຼືອ 1,150 ລ້ານກີບ;
– ຮັບຄໍາຮ້ອງທີ່ສະສົມມາແຕ່ ສພຊ ຊຸດທີ IX 673 ສະບັບ ແລະ ຮັບເຂົ້າໃໝ່ 213 ສະບັບ ລວມທັງໝົດ 886 ສະບັບ, ແກ້ໄຂ 44 ສະບັບ ເທົ່າກັບ 20.66% ຂອງຄໍາຮ້ອງທີ່ເຂົ້າມາໃນປີ 2026; ຮັບຕ້ອນ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 159 ຄັ້ງ.
ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ:
ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ), ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ແລະ ເສນາທິການ ດ້ວຍການຈັດເຝິກອົບຮົມສໍາມະນາ 26 ຫົວຂໍ້ ແລະ ເຝິກອົບຮົມວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນຂອງ ສພຊ, ສະພາປະຊາຊົນຂັ້ນແຂວງ (ສພຂ) 8 ຫົວຂໍ້.
ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ:
– ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ແລະ ສພຂ ຊຸດທີ V, ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຊ ຊຸດທີ X ຢູ່ບາງເຂດເລືອກຕັ້ງ ກວມເອົາ 1,023 ຈຸດ ມີຜູ້ເຂົ້າຮ່ວມ 109,098 ຄົນ ເປັນຍິງ 47,040 ຄົນ; ລະດົມເງິນ ແລະ ວັດຖຸປະກອນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ລວມມູນຄ່າ 3,550,261,000 ກີບ;
– ປັບປຸງ ແລະ ໂຮມຂະແໜງຊ່ວຍວຽກຂອງ ສພຂ ຈາກ 3 ຄະນະກຳມະການ ແລະ ຄະນະເລຂາທິການ, 10 ຂະແໜງ ມາເປັນ 3 ຄະນະກຳມະການ ແລະ ຫ້ອງວ່າການ, 6 ຂະແໜງ; ຄົ້ນຄວ້າ, ຕົກລົງການເລືອກຕັ້ງແທນ ສສຊ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ຍົກຍ້າຍໜ້າທີ່ຂອງ ສສຂ ໄຊຍະບູລີ ແລະ ຊຽງຂວາງ ຕາມການສະເໜີ.
ດ້ານການເຄື່ອນໄຫວວຽກງານຕ່າງປະເທດ:
– ເຄື່ອນໄຫວການຕ່າງປະເທດ ຜ່ານຮູບການຕ່າງໆ 49 ຄັ້ງ ໃນນີ້, ພົບປະແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຍຸດທະສາດ 6 ຄັ້ງ; ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ ດ້ວຍຮູບແບບກອງປະຊຸມປົກກະຕິ ແລະ ກອງປະຊຸມທາງໄກ 23 ຄັ້ງ; ຕ້ອນຮັບຄະນະຜູ້ແທນ, ການເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ຂອງບັນດາຄະນະຜູ້ແທນຈາກຕ່າງປະເທດ ລວມທັງທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳຢູ່ລາວ 20 ຄັ້ງ; ສົ່ງສານຊົມເຊີຍ, ສານອວຍພອນ, ສານຂອບໃຈ, ສານເສົ້າສະຫຼົດໃຈ ແລະ ສານອື່ນ ເນື່ອງໃນໂອກາດວັນຕ່າງໆ ຫຼາຍກວ່າ 40 ສະບັບ;
– ເປັນເຈົ້າພາບຈັດກອງຊຸມພົບປະລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາສະຫະພາບເອີຣົບ ຄັ້ງທີ 7, ກອງປະ ຊຸມກຳມາທິການປະຈຳກ່ຽວກັບການລົງທຶນໃສ່ຊາວໜຸ່ມ ຂອງອົງການສະມາຊິກລັດຖະສະພາອາຊີ ເພື່ອປະຊາກອນ ແລະ ການພັດ ທະນາ, ກອງປະຊຸມປຶກສາຫາລືກ່ຽວກັບບັນຫານໍ້າ ຂອງລັດຖະສະພາອາຊີ ຄັ້ງທີ 9, ກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນໍ້າ ຄັ້ງທີ 3; ແຕ່ງຕັ້ງຄະນະມິດຕະພາບລັດຖະສະພາລະຫວ່າງສະພາແຫ່ງຊາດລາວ ກັບ ຕ່າງປະເທດ 16 ຄະນະ, ຄະນະສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA), ຄະນະສະຫະພັນລັດຖະສະພາສາກົນ (IPU) ແລະ ຄະນະສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງສະພາແຫ່ງຊາດ ແຫ່ງ ສປປລາວ.