ປິດກອງປະຊຸມຄົບຄະນະສະໄໝວິສາມັນຂອງສູນກາງພັກ

ຕ.ລ. 1, 2026

(ສພຊ) – ກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ດຳເນີນມາ ເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 1 ຕຸລານີ້ ເຊິ່ງໄດ້ສໍາເລັດກ່ອນແຜນການເບື້ອງຕົ້ນ 1 ວັນ.
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນດີ, ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ເນື້ອໃນຕົ້ນຕໍຂອງກອງປະຊຸມ ເຊິ່ງແມ່ນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ໃຫ້ເປັນອັນລະອຽດ ແລະ ເຂົ້າສູ່ຕົວຈິງ; ກອງປະຊຸມໄດ້ຮັບຮອງເອົາ 3 ຮ່າງມະຕິ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ບັນຫາລົດເຖື່ອນ, ລົດນຳເຂົ້າບໍ່ຖືກກົດໝາຍ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄວາມເຫັນຊີ້ນຳເນັ້ນໜັກຕື່ມບາງບັນຫາເພື່ອໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດັ່ງນີ້:
ໜຶ່ງ: ເພີ່ມທະວີການນໍາພາຊີ້ນໍາ ແລະ ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ (ອາວຸດເຖື່ອນ, ຢາເສບຕິດ, ສະແກມເມີ, ປຸ້ນຈີ້ຊິງຊັບ, ອຸບັດເຫດຕາມທ້ອງຖະໜົນ, ການຄຸ້ມຄອງສື່ອອນລາຍທີ່ບິດເບືອນ) ໃຫ້ດີຂຶ້ນ.
ສອງ: ສືບຕໍ່ຊີ້ນໍາການແກ້ໄຂ ແລະ ຟື້ນຟູ ຜົນກະທົບຈາກໄພນ້ຳຖ້ວມເປັນຕົ້ນ ຖະໜົນຫົນທາງ, ລະບົບຊົນລະປະທານ, ເຂດທໍາມາຫາກິນ-ການຜະລິດ ໃຫ້ກັບຄືນສູ່ສະພາບປົກກະຕິ ໃຫ້ໄວ ແລະ ໄດ້ໂດຍພື້ນຖານ; ພິເສດ ແມ່ນໃຫ້ຊ່ວຍຄອບຄົວທີ່ມີຜູ້ເສຍຊີວິດ, ຜູ້ເສຍເຮືອນຢູ່ອາໄສ, ຜູ້ເສຍເລົ້າເຂົ້າ ແລະ ອື່ນໆ… ພ້ອມນັ້ນ, ກໍສືບຕໍ່ຊີ້ນໍາມີທິດ, ມີມາດຕະການອັນເໝາະສົມ ເພື່ອແກ້ໄຂຄວາມຄວາມຫຍຸ້ງຍາກ-ຝືດເຄືອງ, ຄ່າຄອງຊີບ, ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ.
ສາມ: ເອົາໃຈໃສ່ຊີ້ນໍາການເກັບກ່ຽວ, ຮັກສາ ຜົນຜະລິດລະດູຝົນ ແລະ ກະກຽມໃຫ້ແກ່ການຜະລິດລະດູແລ້ງ, ການຊຸກຍູ້ຜະລິດເປັນສິນຄ້າຂອງປະຊາຊົນ ໃຫ້ແຂງແຮງ (ຂະແໜງການກ່ຽວຂ້ອງ ຕ້ອງລົງຊ່ວຍດ້ານເຕັກນິກ, ວິຊາການ, ແນວພັນ, ບັນຫາລາຄາ ແລະ ຕະຫຼາດ).
ສີ່: ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕ້ອງເຮັດໃຫ້ແຂງແຮງ, ເຂົ້າສູ່ລວງເລິກ ແລະ ຈັບຕ້ອງໃຫ້ໄດ້.
ຫ້າ: ສືບຕໍ່ປັບປຸງລະບອບແບບແຜນວິທີເຮັດວຽກຂອງຄະນະພັກ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ແທດເຖິງຕົວຈິງ; ປະຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເອກະພາບເປັນປຶກແຜ່ນ ທີ່ເປັນມູນເຊື້ອອັນດີງາມຂອງພັກເຮົາ ໃຫ້ໜັກແໜ້ນສູ່ບາດກ້າວໃໝ່, ແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນໃຫ້ໄດ້ຢ່າງທັນການ.
ຫົກ: ເອົາໃຈໃສ່ປ້ອງກັນ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້, ຄວາມບໍ່ໂປ່ງໃສ, ການຟຸມເຟືອຍ… ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານແຕ່ລະຂັ້ນ, ຖ້າບ່ອນໃດຫາກມີເຫດການເກີດຂຶ້ນ ຕ້ອງໄດ້ລົງເລິກຊີ້ນໍາ-ກວດກາ ແລະ ແກ້ໄຂໃຫ້ໄດ້.
ເຈັດ: ຊີ້ນໍາໃຫ້ຄະນະພັກທຸກຂັ້ນ ຍົກສູງຄວາມຮັບຜິດຊອບແກ້ໄຂບັນຫາລົດເຖື່ອນ, ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເຂັ້ມງວດ.
ແປດ: ສືບຕໍ່ຊີ້ນໍາກະກຽມກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕິດພັນກັບການສະຫຼຸບບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ.
ເກົ້າ: ຊີ້ນໍາກະກຽມດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ປະຈຳປີ 2026.
ໃນຕອນທ້າຍ, ສະຫາຍເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ ເຂົ້າໃນການນໍາພາ-ຊີ້ນຳ, ສໍາຫຼວດ-ກວດກາ, ຕີລາຄາກັນຕື່ມ ໃນແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ ທີ່ຕົນຮັບຜິດຊອບ ເພື່ອຍູ້ແຮງຂະບວນການຕົວຈິງໃຫ້ພົ້ນເດັ່ນຂຶ້ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ດ້ວຍການຊີ້ນໍາ-ບັນຊາ ແລະ ກວດກາຢ່າງແທດເຖິງ; ເພີ່ມທະວີຄວາມຫ້າວຫັນບຸກບືນ, ຍົກສູງຄວາມຮັບຜິດຊອບການເມືອງ, ການເຮັດແທ້ທໍາຈິງ ໃຫ້ສູງຂຶ້ນກວ່າເກົ່າ ບົນຈິດໃຈບຸກທະລຸ, ແກ້ໄຂອຸປະສັກກີດຂວາງ, ອັດຕັນ, ກົດໜ່ວງຕ່າງໆ ກ່ຽວກັບການບໍລິການ, ການຄຸ້ມຄອງ-ບໍລິຫານລັດ ຢູ່ແຕ່ລະຂະແໜງການ, ແຕ່ລະຂັ້ນ ໃຫ້ມີການຫັນປ່ຽນດີຂຶ້ນ, ວ່ອງໄວຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນ.