(ສພຊ) – ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ເມສາ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 24 ເມາສາ 2026 ລວມ 3 ວັນເຕັມ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ເຂົ້າຮ່ວມມີທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາທ່ານຮອງປະທານ ແລະ ກຳມະການຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆ ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງ ດັ່ງນີ້:

– ຮັບຟັງການລາຍງານກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V.
– ເລືອກຕັ້ງ ແລະ ຮັບຮອງກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ ເຊັ່ນ: ປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳສະພາປະຊາຊົນແຂວງ; ຮັບຮອງກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ ແລະ ເລືອກຕັ້ງບັນດາປະທານຄະນະກຳມະການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ; ຮັບຮອງການສະເໜີຍົກຍ້າຍຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

– ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ ຄັ້ງທີ X (2026-2030).
– ຮັບຮອງແຜນການການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງ, ອົງການກວດສອບປະຈຳພາກກາງ 2, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສະພາປະຊາຊົນແຂວງ.
– ຮັບຮອງແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ 5 ປີ (2026-2030) ຂອງຄະນະກຳມະການປົກຄອງແຂວງ ຈຳນວນ 21 ສະບັບ (ສ້າງໃໝ່ 14 ສະບັບ, ປັບປຸງ 7 ສະບັບ).
(ກົງທະນູຄຳ ພິພັດເສລີ)

