(ສພຊ) – ວັນທີ 21 ສິງຫາ 2026, ກະຊວງຍຸຕິທໍາ ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມປັງປຸງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ບາງພາກ, ບາງໝວດ ແລະ ບາງມາດຕາ ທີ່ຍັງບໍ່ທັນຈະແຈ້ງ, ຮັດກຸມ, ຄົບຖ້ວນ ໂດຍການເປັນປະທານຮ່ວມຂອງ ພົຕ. ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງປ້ອງກັນປ້ອງຄວາມສະຫງົບ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພັອ. ວິໄລຄຳ ສີຊານົນ ຫົວໜ້າກົມນິຕິກຳ ແລະ ກົດໝາຍ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍປະຕິບັດຕາມຄໍາແນະນໍາຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະບັບເລກທີ 14/ຄປຈ, ລົງວັນທີ 10 ພຶດສະພາ 2023; ສະນັ້ນ, ກະຊວງ ປກສ ຈຶ່ງໄດ້ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບປີ 2017 ໃນຂອບເຂດທົ່ວກໍາລັງ ປກສ ເຫັນວ່າຫຼາຍກົມກອງ ໄດ້ມີຄໍາເຫັນໃຫ້ມີການປັບປຸງບາງພາກ, ບາງໝວດ, ບາງມາດຕາ ທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແລະ ກຳນົດຕື່ມບາງບັນຫາທີ່ຍັງບໍ່ໄດ້ກຳນົດໄວ້ໃນກົດໝາຍສະບັບດັ່ງກ່າວ.
ໂດຍປະຕິບັດຕາມແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ, ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍຂອງກະຊວງປ້ອງກັນຄວາມສະຫງົບ (ປີ 2026-2030) ສະບັບເລກທີ 375/ປກສ; ຄະນະຮັບຜິດຊອບໄດ້ດໍາເນີນການຄົ້ນຄວ້າ, ປັບປຸງຫຼາຍຫຼົບຫຼາຍຕ່າວ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ເຊິ່ງໄດ້ມີການປະເມີນຜົນ, ທາບທາມຄໍາເຫັນ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ໄດ້ສະເໜີຜ່ານຄະນະປະຈຳພັກກະຊວງ ປກສ ເພື່ອມີຄຳເຫັນ ແລະ ໄດ້ຜ່ານກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂັ້ນວິຊາການ ໃນຄັ້ງວັນທີ 11-12 ສິງຫາ 2026 ຮ່ວມກັບກະຊວງຍຸຕິທຳ ສຳເລັດໂດຍພື້ນຖານ.
ຄັດ ແລະ ຮຽບຮຽງຈາກເພຈ: ຄວາມສະຫງົບ Lao Security News
ປັງປຸງກົດໝາຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ
