(ສພຊ) – ວັນທີ 5 ມິຖຸນານີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ພົອ. ອຸກຣິດ ບຸນຕານົນ ຜູ້ບັນຊາການທະຫານສູງສຸດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລະຫວ່າງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ລາຊະອານາຈັກໄທ ຄັ້ງທີ 2 ທີ່ນະຄອນຫຼວງວຽງຈັນ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປລາວ ຂອງຜູ້ບັນຊາການທະຫານສູງສຸດໄທ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງລັດຖະບານ, ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືສອງກອງທັບ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ທັງສະແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມືອັນດີງາມ ແລະ ມີປະສິດທິຜົນ ຂອງສອງກອງທັບໃນໄລຍະຜ່ານມາ ໂດຍສະເພາະຜົນສຳເລັດທີ່ເປັນຮູບປະທຳໃນການແກ້ໄຂບັນຫາຕ່າງໆ ຕາມບໍລິເວນຊາຍແດນ. ພ້ອມນັ້ນ, ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນໜັກໃຫ້ສອງກອງທັບ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືຢ່າງໃກ້ຊິດຕື່ມ ໂດຍຜ່ານການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆນຳກັນຢ່າງປົກກະຕິ; ສືບຕໍ່ເອົາໃຈໃສ່ປະສານສົມທົບກັນຢ່າງໃກ້ຊິດ ໃນການສະກັດກັ້ນການກໍ່ຄວາມບໍ່ສະຫງົບລຽບຕາມຊາຍແດນ ເປັນຕົ້ນ ການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ການກໍ່ອາຊະຍາກຳທາງໂທລະຄົມມະນາຄົມ, ການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ການຄ້າຂາຍສິ່ງເສບຕິດ ໂດຍຜ່ານທຸກກົນໄກທີ່ມີຢູ່ໃນປັດຈຸບັນລະຫວ່າງສອງປະເທດ.
ນອກນັ້ນ, ຍັງໄດ້ຊຸກຍູ້ໃຫ້ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ (GBC) ສືບ ຕໍ່ຈັດຕັ້ງປະຕິບັດກົນໄກການຮ່ວມມືຢ່າງມີປະສິດທິຜົນ ເຊັ່ນ: ການລາດຕະເວນຮ່ວມ, ການທັດສະນະສຶກສາ-ເຝິກອົບຮົມ ແລະ ສືບຕໍ່ວຽກງານການປັກຫຼັກໝາຍຊາຍແດນ ໃນຈຸດທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ ເພື່ອຫຼີກລ່ຽງຊ່ອງວ່າງທີ່ກຸ່ມຄົນບໍ່ດີອາດສວຍໃຊ້.
ທ່ານ ພົອ. ອຸກຣິດ ບຸນຕານົນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານປະທານສະພາແຫ່ງຊາດລາວ ທີ່ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຢ່າງອົບອຸ່ນ ພ້ອມກັບສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ສະພາແຫ່ງຊາດ ແຫ່ງ ສປປລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການຮ່ວມມືລະຫວ່າງສອງກອງທັບໄລຍະຜ່ານມາ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງສອງກອງທັບ ໄທ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ; ພ້ອມນັ້ນ, ຍັງໄດ້ລາຍງານຜົນສຳເລັດການເຂົ້າຮ່ວມກອງປະຊຸມລະຫວ່າງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຜູ້ບັນຊາການທະຫານສູງສຸດ ແຫ່ງ ລາຊະອານາຈັກໄທ ຄັ້ງທີ 2 ອີກດ້ວຍ.
ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຜູ້ບັນຊາການທະຫານສູງສຸດໄທ
