(ສພຊ) – ລະຫວ່າງວັນທີ 28-31 ກໍລະກົດ 2026, ທ່ານ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການການຕ່າງປະເທດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງ ແລະ ຄະນະຕິດຕາມ ໄດ້ເຄື່ອນໄຫວພົບປະໂອ້ລົມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຢູ່ 3 ເມືອງຂອງແຂວງສະຫວັນນະເຂດ ຄື: ຈໍາພອນ, ເຊໂປນ ແລະ ວິລະບູລີ, ໂດຍມີບັນດາທ່ານຄະນະປະຈໍາ ແລະ ກຳມະການພັກແຂວງ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານ-ຕໍາຫຼວດ, ອົງການຈັດຕັ້ງເມືອງ ແລະ ຕາແສງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຜີຍແຜ່ເນື້ອໃນມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໄດ້ຫຼາຍຄາດໝາຍ ແລະ ມີຄວາມຄືບໜ້າດີ ເປັນຕົ້ນ: ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເສດຖະກິດມະຫາພາກມີສະຖຽນລະພາບ; ເຖິງຢ່າງໃດກໍຕາມ, ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊຸກຍູ້ການປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ແລະ ສຸມໃສ່ການເກັບລາຍຮັບດ້ວຍການຫັນເປັນທັນສະໄໝທົ່ວປະເທດ, ເຂົ້າສູ່ລະບົບເທື່ອລະກ້າວ, ສາມາດເຊື່ອມຕໍ່ກັບທຸກຂະແໜງການ, ມີນະໂຍບາຍການດຶງດູດການລົງທຶນທີ່ຊັດເຈນ, ສືບຕໍ່ເກັບລາຍຮັບງົບປະມານຈາກການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ໃຫ້ຄົບຖ້ວນຕາມກົດໝາຍ, ຫຼຸດຜ່ອນການຍົກເວັ້ນ ແລະ ຜ່ອນຜັນພາສີ-ອາກອນ ທີ່ຈະເຮັດໃຫ້ລັດເສຍລາຍຮັບງົບປະມານ, ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທຶນຂອງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ສືບຕໍ່ດໍາເນີນການປະຕິຮູບລັດວິສາຫະກິດໃຫ້ມີຄວາມແຂງແຮງ, ມີຄຸນນະພາບ ແລະ ມີປະສິດທິຜົນ. ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເນື່ອງຈາກມີຄວາມຈຳເປັນ ແລະ ຮີບດ່ວນ ເພື່ອລະດົມກຳລັງແຮງສັງລວມທົ່ວສັງຄົມ ໃນການແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ, ສຸມໃສ່ພື້ນຖານໂຄງລ່າງຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດພື້ນຖານການປະຕິວັດ ແລະ ເຂດຊາຍແດນ ໃຫ້ມີຄວາມສະດວກສະບາຍຂຶ້ນ ເຊິ່ງຈະສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ, ອັດຕາສ່ວນຄອບຄົວທຸກຍາກ ຫຼຸດໃຫ້ຍັງເຫຼືອ 1 ຕົວເລກ, ສ້າງບ້ານພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 1,000 ບ້ານ, ສ້າງເມືອງພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 25 ເມືອງ ແລະ ສ້າງບ້ານຈຸດສຸມຕົວແບບໃນການແກ້ໄຂຄວາມທຸກຍາກ ໃຫ້ໄດ້ຢ່າງໜ້ອຍແຂວງລະ 4-5 ບ້ານ; ນອກຈາກນີ້, ຈະສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ ເພື່ອຮັບປະກັນການດໍາລົງຊີວິດ, ການຜະລິດ ແລະ ການເຂົ້າເຖິງການບໍລິການດ້ານສາທາລະນຸປະໂພກຢ່າງທົ່ວເຖິງ ແລະ ຍືນຍົງ.
ນອກຈາກການເຜີຍແຜ່ເອກະສານແລ້ວ, ທ່ານ ໂພໄຊ ໄຂຄຳພິທູນ ແລະ ຄະນະ ພ້ອມດ້ວຍການນຳຂອງເມືອງ ຍັງໄດ້ລົງຕິດຕາມ ແລະ ຊຸກຍູ້ການກໍ່ສ້າງທາງເບຕົງເສີມເຫຼັກເຂົ້າຫ້ອງການຕາແສງແກ້ງກອກ, ເມືອງຈໍາພອນ; ຢ້ຽມຢາມໂຮງຮຽນກິນນອນຊົນເຜົ່າເມືອງເຊໂປນ, ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງໂຮງຮຽນວິຊາຊີບແຂວງສະຫວັນນະເຂດ, ເຮັດວຽກກັບຄະນະຄຸ້ມຄອງດ່ານສາກົນແດນສະຫວັນ ເມືອງເຊໂປນ; ຢ້ຽມຢາມບໍ່ຄໍາເຊໂປນ ທີ່ເມືອງວິລະບູລີ.
ປະທານກໍາມາທິການການຕ່າງປະເທດ ເຄື່ອນໄຫວວຽກງານຢູ່ 3 ເມືອງແຂວງສະຫວັນນະເຂດ
