ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ມອບອຸປະກອນໄອທີ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ 3 ພາກສ່ວນ ຢູ່ແຂວງອັດຕະປື

ກ.ຍ. 14, 2026

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງອັດຕະປື ລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົຈວ ສຸລິໄຊ ພິຈິດ, ກໍາມະການສໍາຮອງສູນກາງພັກ, ປະທານກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ໄດ້ມອບອຸປະກອນໄອທີ, ງົບປະມານ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ 3 ພາກສ່ວນຢູ່ພາຍໃນແຂວງອັດຕະປື ລວມມູນຄ່າທັງໝົດ 60 ກວ່າລ້ານກີບ. ໂດຍມີຕາງໜ້າຈາກ 3 ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ.ສໍາລັບເຄື່ອງ ແລະ ງົບປະມານ ທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທໍາ ສະພາປະຊາຊົນແຂວງ: ໄດ້ຮັບຄອມພິວເຕີ (ໂນ້ດບຸກ), ເຄື່ອງພີມ (Printer) 1 ຊຸດ ແລະ ເຈ້ຍ A4, ຄ້າຍຄຸ້ມຂັງ-ດັດສ້າງ ສະເພົາ: ໄດ້ຮັບງົບປະມານຊຸກຍູ້ ແລະ ຢາປົວພະຍາດ, ກອງຮ້ອຍຊາຍແດນ 543: ໄດ້ຮັບຄອມພິວເຕີຕັ້ງໂຕະ, ເຄື່ອງພີມ 1 ຊຸດ, ເຈ້ຍ A4 ແລະ ເຄື່ອງອຸປະໂພກ-ບໍລິໂພກ. ໃນໂອກາດດຽວກັນ, ບັນດາພາກສ່ວນກ່າວສະແດງຄວາມຂອບໃຈ ແລະ ຈະນໍາໃຊ້, ເບິ່ງແຍງຮັກສາເຄື່ອງດັ່ງກ່າວໃຫ້ເກີດປະໂຫຍດສູງສຸດເຂົ້າໃນວຽກງານຕົວຈິງ. ທັງນີ້, ກໍເພື່ອປະກອບສ່ວນຊຸກຍູ້ ເຂົ້າໃນການປັບປຸງ ແລະ ຍົກລະດັບ ວຽກງານບໍລິຫານ-ຄົ້ນຄວ້າ ເອກະສານ ຂອງບັນດາພາກສ່ວນດັ່ງກ່າວ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝ ເທື່ອລະກ້າວ; ພ້ອມທັງ ເປັນການສ້າງເງື່ອນໄຂ ເອື້ອອໍານວຍ ໃຫ້ເຈົ້າໜ້າທີ່ ດັດສ້າງ ແລະ ກໍາລັງປະຈໍາການ ຢູ່ຂັ້ນທ້ອງຖິ່ນ-ຊາຍແດນ ມີອຸປະກອນ ແລະ ສະບຽງອາຫານ ຮັບຮອງຢ່າງພຽງພໍ ເຂົ້າໃນການປະຕິບັດ ພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່ການເມືອງ ຂອງຕົນ ໃຫ້ໄດ້ຮັບຜົນດີ.   (ວິນັດ)