ປະທານກຳມາທິການການຕ່າງປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປຈີນ

ກ.ຍ. 26, 2026

(ສພຊ) – ລະຫວ່າງວັນທີ 20-24 ກັນຍາ 2026, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍສະຫາຍ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ປະທານກຳມາທິການການຕ່າງປະເທດ ໄດ້ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປຈີນ ຕາມການເຊື້ອເຊີນຂອງສະຫາຍ ໂຫຼ ຊິນຈຽນ (Lou Qinjian) ປະທານກຳມະການການຕ່າງປະເທດ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.
ໃນໄລຍະເຮັດວຽກຢູ່ນະຄອນຫຼວງປັກກິ່ງ, ສະຫາຍ ໂພໄຊ ໄຂຄຳພິທູນ ແລະ ຄະນະ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ນາງ ເທຍ ໜິງ (Tie Ning) ກຳມະການສູນກາງພັກ, ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ພົບປະສອງຝ່າຍກັບສະຫາຍ ຟູ້ ຈື້ອິງ (Fu Zhiying) ຮອງປະທານກຳມາທິການການຕ່າງປະເທດ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ເຊິ່ງການພົບປະ ແລະ ເຮັດວຽກ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງມິດຕະພາບ, ຄວາມຈິງໃຈ, ຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ໂດຍໄດ້ແລກປ່ຽນທັດສະນະ, ປະສົບການ ແລະ ບົດຮຽນ ກ່ຽວກັບວຽກງານດ້ານນິຕິບັນຍັດ ກໍຄືບັນຫາຕ່າງໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຢ່າງກົງໄປກົງມາ; ພ້ອມກັນນີ້, ສອງຝ່າຍໄດ້ຮ່ວມກັນຕີລາຄາການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງຮ່ວມມືໃນຕໍ່ໜ້າ ທັງຕີລາຄາຄືນການປະຕິບັດຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະ ພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ໄດ້ລົງນາມຮ່ວມກັນໃນເດືອນກັນຍາ 2023 ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຕັມສ່ວນຕາມເນື້ອໃນຈິດໃຈຂອງການນຳສອງອົງການນິຕິບັນຍັດ ແລະ ເປັນການປະ ກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະກໍຄືການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ນອກຈາກນີ້, ຍັງໄປຢ້ຽມຢາມ ແລະ ເຮັດວຽກກັບການນໍາສະພາຜູ້ແທນປະຊາຊົນທ້ອງຖິ່ນຂອງນະຄອນເຊິນເຈິ້ນ ແລະ ນະຄອນກວາງໂຈວ ແຂວງກວາງຕຸ້ງ ເຊິ່ງໄດ້ຮັບຟັງບົດຮຽນການອອກກົດໝາຍຮອງຮັບອຸດສາຫະ ກຳໃໝ່, ການຊຸກຍູ້ ແລະ ຕິດຕາມກວດກາ, ການພັດທະນານະວັດຕະກຳ-ເຕັກໂນໂລຊີ, ການພັດທະນາເຂດອ່າວກວາງຕຸ້ງ-ຮົງກົງ-ມາເກົາ, ການອະນຸລັກມໍລະດົກວັດທະນະທຳເພື່ອເຊື່ອມໂຍງກັບການທ່ອງທ່ຽວ ພ້ອມທັງແລກປ່ຽນໂອກາດການຂະຫຍາຍການຄ້າ, ການລົງທຶນ ແລະ ການເຊື່ອມໂຍງພາກພື້ນ ໂດຍນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ; ໃນໂອກາດດຽວກັນ, ຄະນະຜູ້ແທນລາວ ກໍໄດ້ໂຄສະນາ ແລະ ເຊື້ອເຊີນບັນດານັກລົງທຶນຂອງນະຄອນເຊິນເຈິ້ນ ແລະ ນະຄອນກວາງໂຈວ ມາລົງທຶນຢູ່ ສປປລາວ ໃຫ້ຫຼາຍຂຶ້ນ.