ປະທານກຳມາທິການການຕ່າງປະເທດ ຕ້ອນຮັບການຢ້ຽມຂ່ຳນັບຂອງທູດໄທ

ພ.ພ. 7, 2026

(ສພຊ) – ຕອນບ່າຍວັນທີ 6 ພຶດສະພານີ້, ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໃນໂອກາດທີ່ມາປະຕິບັດໜ້າທີ່ເປັນເອກອັກຄະລັດຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກໄທ ຜູ້ໃໝ່ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ທີ່ໄດ້ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ຢູ່ ສປປລາວ; ພ້ອມທັງແຈ້ງສະພາບການເຄື່ອນໄຫວວຽກງານ ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດລາວ ຊຸດທີ X ແລະ ຍັງໄດ້ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນກ່ຽວກັບແຜນການພົວພັນຮ່ວມມືໃນຕໍ່ໜ້າ ລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາໄທ. ນອກຈາກນີ້, ປະທານກຳມາທິການການຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ກັບການສະໜັບສະໜູນຊ່ວຍເຫຼືອຂອງປະເທດໄທໃນໄລຍະຜ່ານມາ ໃຫ້ແກ່ ສປປລາວ ເປັນຕົ້ນແມ່ນວຽກງານການສຶກສາ, ສາທາລະນະສຸກ ແລະ ກະສິກຳ ກໍຄືສະຖານທູດ ທີ່ເປັນຂົວຕໍ່ອັນສຳຄັນໃນການຮັດແໜ້ນສາຍພົວພັນຮ່ວມມືທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະທດ ໃຫ້ໄດ້ຮັບຜົນສຳເລັດໃນໄລຍະຜ່ານມາ.
ທ່ານເອກອັກຄະລັດຊະທູດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານກຳມາທິການການຕ່າງປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງລັດຖະສະພາໄທ ກັບ ສະພາແຫ່ງຊາດລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.