(ສພຊ) – ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໂດຍການເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ (ຜູ້ຊີ້ນໍາວຽກງານກົດໝາຍ ແລະ ຍຸຕິທຳ).

ໃນການພົບປະ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ ແລະ ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງ ຄົມ ແລະ ຊົນເຜົ່າ ໄດ້ລາຍງານຫຍໍ້ການເຄື່ອນໄຫວວຽກງານພົ້ນເດັ່ນ ນັບແຕ່ກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ຮອດປັດຈຸບັນ ເຊິ່ງໄດ້ຕີລາຄາດ້ານດີຜົນສໍາເລັດທີ່ຍາດມາໄດ້ ແລະ ຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນແມ່ນດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ-ພະນັກ ງານ, ດ້ານນິຕິບັນຍັດ, ດ້ານການຕົກລົງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ວຽກ ງານຕ່າງປະເທດ, ການສ້າງຄວາມເຂັ້ມແຂງ ແລະ ວຽກງານອື່ນໆ ທັງໄດ້ວາງທິດທາງແຜນການປະຈຳປີ 2027. ພ້ອມດຽວກັນ, ກໍເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສະແດງຄວາມຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸງຍາກໃນການປະຕິບັດໜ້າທີ່ວຽກງານຕົວຈິງ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ທັງໃຫ້ທິດຊີ້ນຳຕໍ່ການນຳ ແລະ ພະນັກງານ-ລັດຖະກອນຂອງສອງກຳມາທິການ ໂດຍສະເພາະແມ່ນການເປັນແບບຢ່າງນຳໜ້າໃນການສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນການປະຕິບັດພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງກຳມາທິການ ໃຫ້ມີຜົນສຳເລັດ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ, ສືບຕໍ່ປັບປຸງແບບແຜນ, ກົນໄກວິທີເຮັດວຽກ ໃຫ້ມີຄວາມຮັດກຸມ, ຫັນເປັນທັນສະໄໝ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ, ພາສາຕ່າງປະເທດ ແລະ ປະສານສົມທົບກັບພາກສ່ວນຕ່າງໆ ໃຫ້ແໜ້ນແຟ້ນ ແລະ ແທດເຖິງກວ່າເກົ່າ ເພື່ອແກ້ໄຂບັນຫາໃຫ້ທັນເວລາ ແລະ ມີຜົນສຳເລັດດີຂຶ້ນກວ່າເກົ່າ.
(ນາງ ປາກາລັກ ພົມມີໄຊ)

