(ສພຊ) – ລະຫວ່າງວັນທີ 9-14 ມິຖຸນາ 2026, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 14 ນຳໂດຍທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສາລະວັນ ແລະ ທ່ານ ເພັດລາ ທັນທະວົງສາ ຮອງປະທານກຳມາທິການການຕ່າງປະເທດ (ກຕທ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ສາລະວັນ ປະຈຳເຂດເລືອກຕັ້ງເມືອງ ພ້ອມດ້ວຍຄະນະ ໄດ້ສຳເລັດການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສພຂ) ສາລະວັນ ຊຸດທີ V ຢູ່ 3 ເມືອງ ຄື: ສາລະວັນ, ລະຄອນເພັງ ແລະ ຄົງເຊໂດນ ໂດຍມີຄະນະພັກແຂວງ-ເມືອງ, ອຳນາດການປົກຄອງເມືອງ, ຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມ.
ໃນການລົງເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ ຈາກຄະນະກຳມະການປົກຄອງເມືອງ, ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງຕາແສງບຶງໄຊ, ບ້ານແບ່ງດ່ານ ແລະ ບ້ານຄຳທອງ ຂອງທັງ 3 ເມືອງດັ່ງກ່າວ. ຈາກນັ້ນ, ສສຊ ແລະ ສສຂ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ແລະ ສພຂ ສາລະວັນ ຊຸດທີ V ໂດຍຫຍໍ້; ນອກຈາກນີ້, ຍັງໄດ້ເຜີຍແຜ່ບາງມາດຕາຂອງລັດຖະທຳມະນູນ ແລະ ກົດໝາຍທີ່ສຳຄັນຈຳນວນໜຶ່ງ ເຊັ່ນ: ສິດ ແລະ ພັນທະຂອງພົນລະເມືອງລາວ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດ, ກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປລາວ ຢູ່ຕ່າງປະເທດ, ກົດໝາຍວ່າດ້ວຍຊັ້ນນັກການທູດ, ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ກົດໝາຍວ່າດ້ວຍໜັງສືຜ່ານແດນ ພ້ອມທັງເຜີຍແຜ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຂອງແຂວງ ໄລຍະ 5 ປີ (2026-2030) ເພື່ອໃຫ້ບັນດາພະນັກງານຫຼັກແຫຼ່ງ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ຮ່ວມກັນເປັນເຈົ້າການປະກອບສ່ວນໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທີ່ຜົນສູງຂຶ້ນ. ພ້ອມດຽວກັນນັ້ນ, ກໍໄດ້ປະຕິບັດໜ້າທີ່ການເປັນຕົວແທນຂອງປະຊາຊົນບັນດາເຜົ່າ ໃນການຮັບຟັງ ແລະ ເກັບກຳເອົາຄຳຄິດຄຳເຫັນ, ຂໍ້ສະເໜີ ແລະ ບັນຫາຂັດຂ້ອງໝອງໃຈຂອງປະຊາຊົນ ເພື່ອຊີ້ແຈງໃຫ້ປະຊາຊົນເຂົ້າໃຈ ແລະ ນຳເອົາບາງບັນຫາເຫຼົ່ານັ້ນ ມາຄົ້ນຄວ້າ ເພື່ອສະເໜີຕໍ່ໃນກອງປະຊຸມສະໄໝສາມັນຂອງ ສພຂ ແລະ ສພຊ.
ໂອກາດລົງເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນຄັ້ງນີ້, ທ່ານຮອງປະທານກຳມາທິການການຕ່າງປະເທດ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ມອບໃຫ້ຄອບຄົວທີ່ຖືກອັກຄີໄພ ຈຳນວນ 8 ຄອບຄົວ ທີ່ບ້ານບຶງໄຊ ລວມມູນຄ່າ 8.5 ລ້ານກີບ ແລະ ມອບອຸປະກອນກິລາຈໍານວນໜຶ່ງ ໃຫ້ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງປະຈຳ 3 ເມືອງທີ່ລົງໄປເຄື່ອນໄຫວເຮັດວຽກ ລວມມູນຄ່າ 3.9 ລ້ານກີບ ອີກດ້ວຍ.
ປະທານ ສພຂ ແລະ ຮອງປະທານ ກຕທ ພົບປະຜູ້ມີສິດເລືອກຕັ້ງຢູ່ 3 ເມືອງແຂວງສາລະວັນ
