…………………………………………………………………
(ສພຊ) – ຕາມຂ່າວສານຫວຽດນາມ, ໃນວັນທີ 9 ສິງຫາ 2026, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ປະກາດວ່າ: ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12/12/1956, ກຳມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 08/8/2026 ລວມອາຍຸ 70 ປີ.
ສະຫາຍ ໄຊສົມພອນ ພົມວິຫານ ເປັນຜູ້ນຳຫຼັກແຫຼ່ງຂອງພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳທີ່ມີການປະກອບສ່ວນອັນສຳຄັນເຂົ້າໃນການປະຕິວັດລາວ ກໍຄືພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດລາວ; ສະຫາຍເປັນຜູ້ນຳທີ່ມີບົດບາດສຳຄັນໃນວຽກງານສືບທອດ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ. ການຈາກໄປຂອງສະຫາຍ ຖືເປັນການສູນເສຍອັນໃຫຍ່ຫຼວງຕໍ່ປະເທດລາວ ແລະ ສາຍພົວພັນ ຫວຽດນາມ-ລາວ.
ສະນັ້ນ, ເພື່ອສະແດງເຖິງຄວາມອາໄລຕໍ່ສະຫາຍ ໄຊສົມພອນ ພົມວິຫານ ແລະ ບົນພື້ນຖານສາຍພົວພັນພິເສດ ຫວຽດນາມ-ລາວ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງໄວ້ອາໄລລະດັບຊາດ ເປັນເວລາ 2 ວັນ ໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ນັບແຕ່ວັນທີ 10-11 ສິງຫານີ້.
ໃນໄລຍະເວລາດັ່ງກ່າວ, ບັນດາອົງການ, ຫ້ອງການທົ່ວປະເທດ ແລະ ບັນດາອົງການຜູ້ແທນຫວຽດນາມຢູ່ຕ່າງປະເທດ ຈະຕ້ອງຫຼຸດທຸງຊາດລົງເຄິ່ງເສົາ ແລະ ພັນຜ້າແພດຳ ຕາມທີ່ໄດ້ກຳນົດໄວ້; ພ້ອມດຽວກັນນັ້ນ, ແມ່ນໃຫ້ງົດຈັດກິດຈະກຳບັນເທີງ ແລະ ການສະຫຼອງມ່ວນຊື່ນຕ່າງໆ ໃນຂອບເຂດທົ່ວປະເທດ.
