ປະກາດສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 5

ສ.ຫ. 9, 2026

(ສພຊ) – ວັນທີ 7 ສິງຫາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີທ່ານ ພົຈວ. ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ມີບັນດາທ່ານຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ຈາກທ່ານ ພົຈວ. ແປ້ນຄຳ ບຸດຈັນແພງ ແລະ ທ່ານ ຄຳສະໄໝ ສຳມາວົງ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 185/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງທ່ານ ພົຈວ. ແປ້ນຄຳ ບຸດຈັນແພງ ເປັນປະທານ, ທ່ານ ດາລີວັນ ພູສະຫວັນ ເປັນຮອງປະທານ; ຈາກນັ້ນ, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ມອບມະຕິໃຫ້ແກ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ.
ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ພ້ອມທັງເນັ້ນໜັກໃຫ້ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ຄະນະພັກ, ອົງການປົກຄອງແຂວງ ຢ່າງປົກກະຕິ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການລົງທຶນທີ່ພວມຈັດຕັ້ງປະຕິບັດຢູ່ເຂດເລືອກຕັ້ງຂອງຕົນ ທີ່ສົ່ງຜົນກະທົບໂດຍກົງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການສ້າງ ແລະ ປັບປຸງນິຕິກໍາຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ. ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ໃນການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງ ສສຊ-ສສຂ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ.