(ສພຊ) – ຕອນບ່າຍວັນອັງຄານທີ 12 ພຶດສະພານີ້, ຄະນະບໍລິຫານງານພັກສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະ ຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ປະກາດກົງຈັກການ ຈັດຕັ້ງ, ປະກາດພະນັກງານຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາ ຊິກພັກ ແລະ ພະນັກງານ-ລັດຖະກອນພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.

ທີ່ກອງປະຊຸມ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ສະບັບບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026; ເຜີຍແຜ່ໂຄງການການເມືອງ ສະບັບທີ 3 ຂອງພັກ; ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ເຜີຍແຜ່ບົດລາຍງານການເມືອງຂອງພັກ, ແຜນພັດທະນາເສດກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ເຜີຍແຜ່ກົດລະບຽບພັກ ສະໄໝທີ XII. ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງໃຫ້ພະນັກງານການນຳຂັ້ນສູງ ແລະ ຂັ້ນກົມ ຮັບອຸດໜູນບຳນານ; ມະຕິຮັບຮອງກົງຈັກຂອງສະພາແຫ່ງຊາດ ເຊິ່ງປະກອບມີ 20 ກົມ, 57 ພະແນກ; ມະຕິແຕ່ງຕັ້ງ, ຍົກຍ້າຍ ພະນັກງານຂັ້ນກົມ ພ້ອມທັງຈັດພິທີມອບ-ຮັບມະຕິຕົກ ລົງໃຫ້ພະນັກງານຮັບອຸດໜູນບຳນານ ແລະ ມະຕິແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ.

ໃນຕອນທ້າຍ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານໃນຄັ້ງນີ້ ເຊິ່ງມີເຖິງ 30 ທ່ານ ທີ່ລ້ວນແຕ່ມີຜົນງານຫຼາຍດ້ານ ແລະ ອຸ ທິດສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເປັນແບບຢ່າງ, ມີນໍ້າໃຈເສຍສະຫຼະ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການ ເມືອງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງສະພາແຫ່ງຊາດ ກໍຄືການເຮັດຫຼ້ອນໜ້າທີ່ອັນມີກຽດຂອງຕົນ ໃນຕະຫຼອດໄລຍະຜ່ານມາ; ສໍາລັບຫົວໜ້າກົມ, ຮອງຫົວໜ້າກົມ ທີ່ມີການສັບປ່ຽນຢູ່ພາຍໃນສະພາແຫ່ງຊາດນັ້ນ ກໍຈະເປັນໂອກາດໄດ້ທົດສອບພຶດຕິກໍາ ຕົວຈິງຢ່າງຮອບດ້ານ ໃຫ້ມີຄວາມຊໍານານໃນຫຼາຍວຽກງານ, ເປັນການສ້າງຖັນແຖວພະນັກງານໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອເຮັດໃຫ້ການຈັດຕັ້ງມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີສິດທິພາບສູງຂຶ້ນກວ່າເກົ່າ. ປັດ ຈຸບັນ, ບັນຫາທີ່ຮີບດ່ວນແມ່ນແຕ່ລະກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຈະຕ້ອງເອົາໃຈໃສ່ປັບປຸງກົນໄກການເຮັດວຽກ ກໍຄືປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນ ໃຫ້ມີຄວາມຄ່ອງຕົວ, ແທດເໝາະກັບໜ້າທີ່ການເມືອງທີ່ຖືກມອບໝາຍ ດ້ວຍການປັບປຸງບຸກຄະລາກອນໃຫ້ໄປຕາມວິຊາການທີ່ຮຽນມາ ເພື່ອຍົກສູງປະສິດທິຜົນຂອງວຽກງານ; ຈະໄດ້ມີການອອກນິຕິກຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດ, ລະບຽບການດໍາເນີນກອງປະຊຸມສະ ພາແຫ່ງຊາດ, ກອງປະຊຸມຄະນະປະທານ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ອື່ນໆ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດທາງແຜນການ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ກໍານົດເອົາ 9 ທິດທາງລວມ, 7 ແຜນວຽກ, 5 ແຜນງານ ແລະ 25 ໂຄງການ ແລະ ສູ້ຊົນສ້າງ ແລະ ປັບປຸງກົດໝາຍ ໃຫ້ໄດ້ທັງໝົດ 91 ສະບັບ (ສ້າງໃໝ່ 19 ແລະ ປັບປຸງ 72) ທີ່ກອງປະຊຸມຄັ້ງປະຖົມມະລືກໄດ້ຮັບຮອງເອົາ.

(ກົງທະນູຄຳ ພິພັດເສລີ)

