(ສພຊ) – ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ໄດ້ໄປປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໃນວັນທີ 31 ສິງຫາ – 1 ກັນຍາ 2026 ທີ່ 2 ແຂວງດັ່ງກ່າວ; ເຂົ້າຮ່ວມມີບັນດາທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ); ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ຄະນະປະຈໍາ ແລະ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ); ພະແນກການອ້ອມຂ້າງ, ຄະນະຫ້ອງວ່າການ ແລະ ພະນັກງານ ສພຂ 2 ແຂວງ.

ໃນພິທີ, ໄດ້ຮັບຟັງລາຍງານໂດຍຫຍໍ້ສະພາບລວມ ແລະ ການຈັດຕັ້ງປະຕິບັດພາລະບົດບາດຂອງສະພາປະຊາຊົນແຂວງ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2026. ທ່ານ ເຂັມພອນ ອາໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 193/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ແລະ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ; ສະບັບເລກທີ 195/ຄປຈ, ລົງວັນທີ 8 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ທ່ານ ຕຸລາວັນ ວົງໄຊ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ. ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມອບມະຕິດັ່ງກ່າວໃຫ້ແກ່ບັນດາທ່ານທີ່ໄດ້ຮັບແຕ່ງຕັ້ງ.

ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຕີລາຄາສູງຕໍ່ຄວາມບາກບັ່ນບຸກບືນ, ຄວາມພະຍາຍາມສູ້ຊົນຂອງຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງທຸກຂັ້ນ ໃນການນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງ ເພື່ອນໍາພາ-ຊີ້ນໍາວຽກງານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ພ້ອມທັງເນັ້ນໜັກໃຫ້ມີການວາງແຜນການເຄື່ອນໄຫວເປັນແຕ່ລະໄລຍະ; ມີການສະຫຼຸບຕີລາຄາລາຍງານຂັ້ນເທິງ ໂດຍອີງໃສ່ແຜນການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ກໍຄືຄະນະພັກແຂວງ ວາງອອກ ທັງປະສານສົມທົບກັບ ຄປຈສພຂ ກໍຄືອໍານາດການປົກຄອງແຂວງ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍ 5 ແຜນງານ, 25 ໂຄງການ ທີ່ ສພຊ ວາງອອກ ໃຫ້ສອດຄ່ອງກັບຈຸດພິເສດ, ຄວາມເປັນຈິງ ແລະ ທ່າແຮງ ໃນເຂດເລືອກຕັ້ງຂອງຕົນ; ມີກົນໄກການປະສານງານກັບບັນດາກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໃນການປະຕິບັດສິດ ແລະ ໜ້າທີ່ຂອງ ສພຊ ແລະ ຄປຈສພຊ; ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ ຈົ່ງໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ.

ຈາກນັ້ນ, ທ່ານປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທັງສອງແຂວງ ຕາງໜ້າຄະນະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານສະພາແຫ່ງຊາດ ແລະ ຈະນໍາເອົາທິດຊີ້ນໍາອັນລໍ້າຄ່າດັ່ງກ່າວ ໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ພ້ອມທັງຈະອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ.
ໃນໂອກາດເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານ ຄປຈສພຊ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເຄື່ອງໃຊ້ປະຈຳວັນ, ເຄື່ອງສຸຂະອະນາໄມ, ເຄື່ອງໃຊ້ຄົວເຮືອນ ລວມທັງໝົດ 300
ແກັດ ມູນຄ່າທັງໝົດ 94.5 ລ້ານກີບ ແລະ ເງິນສົດ 200 ລ້ານກີບ ມອບໃຫ້ສະພາປະຊາຊົນສອງແຂວງດັ່ງກ່າວ.

