(ສພຊ) – ວັນທີ 21 ສິງຫາ 2026 ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ; ທ່ານ ນາງ ດາວອນ ໄຊຊູລຽນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ; ບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເມືອງອ້ອມຂ້າງ, ຜູ້ຕາງໜ້າພະແນກການ ແລະ ອົງການອ້ອມຂ້າງແຂວງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງສະພາປະຊາຊົນແຂວງ ລວມຈຳນວນ 100 ກວ່າທ່ານ.

ໃນພິທີ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານສະພາບໂດຍຫຍໍ້ໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ຈາກນັ້ນ, ທ່ານ ວຽງແກ້ວ ວັນນະຈັກ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ອ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 192/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາພັກແຂວງ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ທ່ານ ພູລຳພອນ ສີຫາວົງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ.

ໂອກາດເຂົ້າຮ່ວມພິທີປະກາດກົງຈັກການຈັດຕັ້ງດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດຮອບດ້ານຂອງແຂວງ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງແຂວງ ທັງສະແດງຄວາມຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຖືກແຕ່ງຕັ້ງເປັນຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແລະ ສະແດງຄວາມເຊື່ອໝັ້ນວ່າ ຈະນໍາພາ-ຊີ້ນໍາວຽກງານຄະນະ ສສຊ ປະຈໍາເຂດເລືອກຕັ້ງຂອງຕົນ ເຮັດສຳເລັດຕາມພາລະບົດບາດການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງ; ທ່ານຮັກສາການແທນປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ກໍຄືອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງຂັ້ນແຂວງ ຈົ່ງໄດ້ໃຫ້ການຮ່ວມມື, ສະໜັບສະໜູນການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ກໍຄືສະມາຊິກສະພາປະຊາຊົນແຂວງ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ ສສຊ-ສສຂ ເພື່ອເຮັດສໍາເລັດໜ້າທີ່ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນເຂດເລືອກຕັ້ງຂອງຕົນ ໃຫ້ໄດ້ຢ່າງເຕັມສ່ວນ.

ໃນໂອກາດລົງເຄື່ອນໄຫວຄັ້ງນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ແລະ ຄະນະ ສສຊ ຍັງໄດ້ເຄື່ອນໄຫວ ແລະ ຢ້ຽມຢາມປະຊາຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ຢູ່ບ້ານເວິນຫົງຄຳ ແລະ ບ້ານກອຍ ເມືອງພີນ ພ້ອມທັງມອບເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງ ເພື່ອບັນເທົາທຸກແກ່ປະຊາຊົນ.
ວັນທີ 22 ສິງຫາ, ທ່ານຮັກສາການແທນປະທານສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກປະຊາຊົນທີ່ປະສົບອຸທົກກະໄພ ຢູ່ບ້ານນາພອກເທິງ ເມືອງເຊບັ້ງໄຟ ແລະ ຕາແສງຕານເທິງ ເມືອງໜອງບົກ ແຂວງຄຳມ່ວນ ອີກດ້ວຍ.

