ທາບທາມຮ່າງກົດໝາຍກຳລັງປ້ອງກັນຄວາມສະຫງົບ

ມ.ຖ. 17, 2026

(ສພຊ) – ວັນທີ 15 ມິຖຸນາ 2026, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ຢູ່ຂັ້ນສູງກາງ ໂດຍການເປັນປະທານຂອງທ່ານ ພົທ. ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ ພ້ອມດ້ວຍອະດີດການນຳອາວຸໂສ, ກົມກອງອ້ອມຂ້າງ ແລະ ຄະນະຮັບຜິດຊອບປັບປຸງກົດໝາຍ.
ໃນກອງປະຊຸມ, ພົຈວ. ອານຸເດດ ຄູນຄໍາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານບົດສະເໜີກ່ຽວກັບການປັບປຸງຮ່າງກົດໝາຍດັ່ງກ່າວ ໂດຍຍົກໃຫ້ເຫັນຄວາມຈໍາເປັນ ແລະ ເຫດຜົນໃນການປັບປຸງ ເຊິ່ງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນສະບັບທຳອິດ ແມ່ນໄດ້ປະກາດໃຊ້ໃນປີ 2007 ຕໍ່ມາໄດ້ມີການປັບປຸງຄັ້ງທີໜຶ່ງ ແລະ ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2017 ເປັນສະບັບນໍາໃຊ້ໃນປັດຈຸບັນ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ກົມກອງເຫຼົ່າວິຊາສະເພາະ, ນາຍ ແລະ ພົນຕຳຫຼວດ ຂອງກໍາລັງ ປກສ ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະ, ການຊີ້ນໍາ-ບັນຊາ, ຄຸ້ມຄອງ, ຕິດຕາມກວດກາກໍາລັງ ໄດ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບຫຼັກການເທື່ອລະກ້າວ; ມາຮອດປັດຈຸບັນ, ກົດໝາຍສະບັບນີ້ ໄດ້ຈັດຕັ້ງປະຕິບັດເປັນເວລາກວ່າ 8 ປີ ເຊິ່ງເຮັດໃຫ້ບາງພາກ, ໝວດ ແລະ ມາດຕາ ມີເນື້ອໃນບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງເພື່ອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ.
ຜ່ານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງໃນບາງພາກ, ໝວດ ແລະ ມາດຕາ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກໍາລັງ ທັງເປັນການຍົກສູງຖານະ, ບົດບາດໜ້າທີ່ການເມືອງຂອງກໍາລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ; ປັບປຸງແບບແຜນວິທີເຮັດວຽກ, ການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມກວດກາຈັນຍາບັນ-ຈັນຍາທໍາ ຂອງນາຍ ແລະ ພົນຕຳຫຼວດ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ແທດເໝາະ, ຖືກຕ້ອງ ແລະ ສອດຄ່ອງຂຶ້ນກວ່າເກົ່າ ໄປຕາມທິດການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍຢ່າງເຂັ້ມງວດເທື່ອລະກ້າວ ໃນການປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ-ສັງຄົມ ໃຫ້ມີຄວາມຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບຄວາມໝັ້ນຄົງ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ບັນດາເນື້ອໃນ, ພາກ, ໝວດ ແລະ ມາດຕາ ທີ່ໄດ້ຮັບການປັບປຸງ ແລະ ເພີ່ມເຂົ້າໃໝ່ ເພື່ອເປັນຂໍ້ມູນອັນສໍາຄັນໃຫ້ແກ່ຄະນະຮັບຜິດຊອບ ນຳໄປພິຈາລະນາປັບປຸງຮ່າງກົດໝາຍສະບັບນີ້ ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນສູງສຸດໃນຕໍ່ໜ້າ.
(ພາບ-ຂ່າວ: ແກ້ວ ອຸເພັດ, ເພຈ: ຄວາມສະຫງົບ Lao Security News)