ທັດສະນະ ຄປຈສພຊ ຕໍ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກ.ກ. 7, 2026

(ສພຊ) – ວັນທີ 7 ກໍລະກົດນີ້, ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ມີບາງທັດສະນະຕໍ່ບົດລາຍງານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ດັ່ງນີ້:
1. ການພັດທະນາຊົນນະບົດໃນໄລຍະຜ່ານມາ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງ ເຫັນວ່າຍັງບໍ່ທັນມີຈຸດສຸມເທົ່າທີ່ຄວນ ເຊັ່ນ: ເສັ້ນທາງຄົມມະນາຄົມ, ໄຟຟ້າ, ໂທລະຄົມ ແລະ ການສື່ສານ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ສໍານັກງານອົງການ; ພ້ອມນີ້ ພື້ນຖານໂຄງລ່າງທີ່ໄດ້ຮັບການກໍ່ສ້າງສໍາເລັດບາງໂຄງການ, ບາງບ່ອນຍັງບໍ່ທັນຮັບປະກັນຄຸນນະພາບເທົ່າທີ່ຄວນ. ການແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນ ຍັງບໍ່ທັນໄດ້ສຸມໃສ່ຢ່າງສົມເຫດສົມຜົນ.
2. ການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຕ້ອງຮັບປະກັນຄວາມຍືນຍົງ; ການໂຮມບ້ານ ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ໂດຍສະເພາະເຂດຍຸດທະສາດປ້ອງກັນຊາດ, ການໂຮມບ້ານບາງບ່ອນ ສາມາດໂຮມໄດ້ແຕ່ການຈັດຕັ້ງ, ແຕ່ປະຊາຊົນບໍ່ສາມາດໂຮມກັນໄດ້ ເນື່ອງຈາກທີ່ດິນທຳການຜະລິດບໍ່ພຽງພໍ, ເຮັດໃຫ້ປະຊາຊົນຈໍານວນໜຶ່ງ ກັບຄືນໄປຢູ່ບ້ານເກົ່າເພື່ອທໍາການຜະລິດ ແລະ ຕົກເຂົ້າສູ່ກໍລະນີແຍກຕົວອອກຫ່າງຈາກອໍານາດການປົກຄອງບ້ານ ແລະ ອໍານາດການປົກຄອງບ້ານບາງບ່ອນ ກໍບໍ່ສາມາດຄຸ້ມຄອງໄດ້ຢ່າງທົ່ວເຖິງ, ກາຍເປັນຊ່ອງວ່າງກໍ່ໃຫ້ເກີດປາກົດການຫຍໍ້ທໍ້ ເຊັ່ນ: ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການບຸກລຸກຊັບພະຍາກອນທຳມະຊາດ ແລະ ອື່ນໆ ເຊິ່ງສົ່ງຜົນກະທົບເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
3. ຄົ້ນຄວ້ານະໂຍບາຍ, ກຳນົດມາດຕະການຈັດຕັ້ງປະຕິບັດ ສໍາລັບປະຊາຊົນ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມເໝາະສົມ ເພື່ອຮັບປະກັນໃຫ້ປະຊາຊົນ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດນີ້ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
4. ແບ່ງຄວາມຮັບຜິດຊອບໃຫ້ແກ່ບາງຂະແໜງການຕື່ມ ເປັນຕົ້ນແມ່ນກະຊວງປ້ອງກັນປະເທດ ເນື່ອງຈາກບາງຈຸດສຸມທີ່ລັດຖະບານກໍານົດ ຕິດພັນກັບເຂດພື້ນຖານການປະຕິວັດ, ເຂດລຽບຊາຍແດນ; ທະນາຄານແຫ່ງ ສປປລາວ ຄົ້ນຄວ້າ, ສົ່ງເສີມ ບັນດາທະນາຄານທຸລະກິດ, ສະຖາບັນການເງິນ ມີນະໂຍບາຍປ່ອຍເງິນກູ້ທີ່ເໝາະສົມ ເພື່ອຮັບປະກັນໃຫ້ປະຊາຊົນເຂດຊົນນະບົດ ເຂົ້າເຖິງແຫຼ່ງທຶນກູ້ຢືມ.
5. ຕ້ອງເພີ່ມທະວີຄວາມເຂັ້ມງວດ ແລະ ເດັດຂາດໃນການບັງຄັບໃຊ້ກົດໝາຍ ເພື່ອຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງມີປະສິດທິຜົນ ໂດຍສະເພາະການຄຸ້ມຄອງບັນດາໂຄງການຂຸດຄົ້ນແຮ່ທາດຕ່າງໆ ແລະ ຄຸ້ມຄອງບັນຫາສິ່ງແວດລ້ອມ.
6. ສຸມໃສ່ສ້າງບຸກຄະລາກອນກັບທີ່ ຕິດພັນກັບການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ.