ຖອດຖອນບົດຮຽນເຄືອຂ່າຍບັງຄັບໃຊ້ 2 ກົດໝາຍ

ສ.ຫ. 6, 2026

(ສພຊ) – ວັນທີ 5-6 ສິງຫາ 2026, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (P-WEN) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍການເປັນປະທານຮ່ວມຂອງທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມກວດກາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ມີຜູ້ຕາງໜ້າຈາກ 2 ກອງບັນຊາການ, ອົງການໄອຍະການ, ພາສີ, ອົງການປົກຄອງທ້ອງຖິ່ນ 5 ເມືອງ (ໂຂງ, ສຸຂຸມາ, ໂພນທອງ, ມຸນລະປາໂມກ, ປະທຸມພອນ) ແລະ ອົງການອະນຸລັກສັດປ່າ (WCS) ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ໃນການຜັນຂະຫຍາຍກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍປ່າໄມ້ ແລະ ສົນທິສັນຍາສາກົນ CITES ທີ່ ສປປລາວ ເປັນພາຄີ ໃຫ້ປາກົດຜົນເປັນຮູບປະທຳ; ທັງນີ້ ກໍເພື່ອເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາ ແລະ ຕ້ານການລັກລອບລ່າ, ຊື້-ຂາຍ, ເຄື່ອນຍ້າຍສັດປ່າ ແລະ ພືດປ່າຫວງຫ້າມ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 25/ນຍ, ລົງວັນທີ 18/9/2025 ແລະ ດຳລັດເລກທີ 299/ລບ, ລົງວັນທີ 05/6/2024.
ທ່ານ ໄຊຍະສິດ ວິລະພັດ ໄດ້ເນັ້ນໃຫ້ເຫັນວ່າ ແຂວງຈຳປາສັກ ເປັນແຂວງທີ່ມີຄວາມອຸດົມສົມບູນດ້ວຍເນື້ອທີ່ປ່າໄມ້ກວມເຖິງ 68.93% ຂອງເນື້ອທີ່ທົ່ວແຂວງ, ມີປ່າສະຫງວນແຫ່ງຊາດ 3 ແຫ່ງ ແລະ ປ່າຜະລິດ, ປ່າປ້ອງກັນ ອີກຫຼາຍແຫ່ງ; ຢ່າງໃດກໍດີ, ຍ້ອນຄວາມຕ້ອງການຂອງຕະຫຼາດ, ຈຶ່ງເຮັດໃຫ້ມີປາກົດການລັກລອບລ່າ ແລະ ຄ້າຂາຍສັດປ່າຫວງຫ້າມ ເຊັ່ນ: ງູ, ລິ່ນ, ເຕົ່າ, ກະທິງ (ເມີຍ) ແລະ ເສືອໂຄ່ງ ເກີດຂຶ້ນ. ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງແຂວງໄດ້ຈັດຕັ້ງຄະນະກຳມະການປະສານງານ P-WEN ຂັ້ນແຂວງ ຂຶ້ນຢ່າງເປັນທາງການ ຕາມຂໍ້ຕົກລົງ ເລກທີ 105/ຄປຂ.ຈສ, ລົງວັນທີ 11/02/2026 ເພື່ອເພີ່ມປະສິດທິພາບໃນການບັງຄັບໃຊ້ກົດໝາຍ.
ຕະຫຼອດການດຳເນີນກອງປະຊຸມ, ບັນດາອົງການສືບສວນ-ສອບສວນ ຈາກເຈົ້າໜ້າທີ່ປ່າໄມ້, ຕຳຫຼວດສິ່ງແວດລ້ອມ, ທະຫານ, ພາສີ ແລະ ອົງການໄອຍະການ ໄດ້ຜັດປ່ຽນກັນນຳສະເໜີຜົນການຈັດຕັ້ງປະຕິບັດວຽກງານ ທັງປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຈຸດອ່ອນ, ຊ່ອງວ່າງ ແລະ ສິ່ງທ້າທາຍ ໃນຂອດການປະສານງານ, ການເກັບກຳຫຼັກຖານເບື້ອງຕົ້ນ ແລະ ການດຳເນີນຄະດີ.
ໃນກອງປະຊຸມ, ປະທານໄດ້ມີຄໍາເຫັນເນັ້ນໜັກເພື່ອຊຸກຍູ້ໃຫ້ທຸກພາກສ່ວນ ເພີ່ມທະວີຄວາມຮັບຜິດຊອບຮ່ວມມືກັນຢ່າງແໜ້ນແກ່ນ ເພື່ອສ້າງກົນໄກການບັງຄັບໃຊ້ກົດໝາຍ ໃຫ້ມີຄວາມສັກສິດ, ສາມາດສະກັດກັ້ນອາຊະຍາກຳສັດປ່າ ແລະ ປ່າໄມ້ ໃນໄລຍະໃໝ່ ໃຫ້ໄດ້ຢ່າງມີປະສິດທິຜົນ.

(ຂ່າວ-ພາບ: ຈັນທະວີສັກ)