ຕ້ອນຮັບ ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ

ສ.ຫ. 10, 2026

        ໃນໂອກາດທີ່ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ພ້ອມຄະນະ ລົງມາເຮັດວຽກຢູ່ແຂວງເຊກອງ ໃນລະຫວ່າງວັນທີ 3–4 ສິງຫາ 2026 ນີ້, ທ່ານ ບຸນຫຼາຍ ບຸດທິ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ.
        ທ່ານ ເລຂາພັກແຂວງ ໄດ້ສະແດງຄວາມຍິນດີ ແລະ ຂອບໃຈຕໍ່ຄະນະກໍາມາທິການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດ ທີ່ໄດ້ລົງມາຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ແຂວງເຊກອງ, ເຊິ່ງຈະເປັນກໍາລັງໃຈ ແລະ ເປັນແນວທາງສໍາຄັນໃຫ້ແຂວງສືບຕໍ່ຍົກສູງຄຸນນະພາບການຈັດຕັ້ງປະຕິບັດວຽກງານໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ຢູ່ແຂວງເຊກອງໃຫ້ບັນລຸຜົນຍິ່ງຂຶ້ນ.              ພ້ອມນັ້ນ, ກໍໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພັດທະນາຂອງແຂວງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍວຽກງານໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ, ພ້ອມທັງໄດ້ຢືນຢັນຄວາມສໍາຄັນຂອງການປະສານງານລະຫວ່າງສະພາແຫ່ງຊາດ ກັບ ແຂວງເຊກອງ ເພື່ອຊຸກຍູ້ການຜັນຂະຫຍາຍມະຕິ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
#ໂດຍ:ນາລີວັນ.