(ສພຊ) – ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ແກ້ໄຂຜົນກະທົບໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ; ວັນທີ 5-6 ກັນຍາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນການເຄື່ອນໄຫວ, ໄດ້ຮັບຟັງການລາຍງານສະພາບຜົນກະທົບ ແລະ ຜົນເສຍຫາຍ ເຊິ່ງແຂວງຫຼວງນໍ້າທາ ປະສົບໄພພິບັດ 5 ເມືອງ, 81 ບ້ານ, 4,300 ຫຼັງຄາເຮືອນ, 25,712 ຄົນ ໃນນີ້, ໄດ້ຮັບຜົນກະທົບໜັກ 460 ຫຼັງຄາເຮືອນ; ເສັ້ນທາງຫຼວງແຫ່ງຊາດ 311.1 ກິໂລແມັດ (ກມ), ທາງຫຼວງຂອງແຂວງ 573.8 ກມ, ທາງຫຼວງຂອງເມືອງ 134 ກມ, ທາງຕົວເມືອງ 20.60 ກມ, ທາງຊົນນະບົດ 364.37 ກມ, ຂົວ 33.27 ກມ; ການບໍລິການນໍ້າປະປາ 5 ພື້ນທີ່ບໍລິການ, 7 ໂຮງງານ, ສະໜາມບິນ 1 ແຫ່ງ, ໂຮງຮຽນ 29 ແຫ່ງ, ຊົນລະປະທານ 9 ແຫ່ງ; ນາ 108.9 ເຮັກຕາ (ຮຕ), ໄຮ່ 22 ຮຕ, ສວນອ້ອຍ 210 ຮຕ; ສັດລ້ຽງ 31 ໂຕ, ສັດປີກ 720 ໂຕ. ແຂວງອຸດົມໄຊ ມີ 7 ເມືອງ ໄດ້ຮັບຜົນກະທົບໜັກ 5 ເມືອງ, 75 ບ້ານ, 1,067 ຫຼັງຄາເຮືອນ, 8,277 ຄົນ ຍິງ 3,917 ຄົນ, ເສຍຊີວິດ 2 ຄົນ, ສູນຫາຍ 1 ຄົນ, ລວມມູນຄ່າເສຍຫາຍ 74,518,982,936 ກີບ; ເສັ້ນທາງ 51 ເສັ້ນ, ຂົວ 21 ແຫ່ງ ເສັ້ນທາງໄດ້ຮັບການແກ້ໄຂເບື້ອງຕົ້ນ 44 ເສັ້ນ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂ 7 ເສັ້ນ; ເສົາໄຟຟ້າເສຍຫາຍ 21 ຕົ້ນ, ສາຍໄຟຟ້າ 22 ຈຸດ ສາມາດແກ້ໄຂ ແລະ ສົ່ງກະແສໄຟຟ້າໄດ້ແລ້ວ 14 ຈຸດ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂ 8 ຈຸດ; ລະບົບນໍ້າປະປາມີ 5 ຈຸດ ມາຮອດປັດຈຸບັນສາມາດແກ້ໄຂ ແລະ ດຳເນີນການຜະລິດນໍ້າໄດ້ປົກກະຕິ; ໂຮງໝໍຊຸມຊົນໄດ້ຮັບຜົນກະທົບ 2 ແຫ່ງ ສາມາດແກ້ໄຂໃນເບື້ອງຕົ້ນ 5 ຈຸດ, ໂຮງຮຽນ 22 ແຫ່ງ ສາມາດແກ້ໄຂແລ້ວ; ເນື້ອທີ່ທຳການຜະລິດ 52 ພັນ ຮຕ, ໜອງປາ 144 ໜອງ, ງົວ 11 ໂຕ, ຄວາຍ 1 ໂຕ, ໝູ 137 ໂຕ, ສັດປີກ 2,963 ໂຕ.

ຈາກນັ້ນ, ທ່ານ ກອງແກ້ວ ໄຊສົງຄາມ ພ້ອມຄະນະ ຍັງໄດ້ຕິດຕາມສະຖານທີ່ຕົວຈິງ ແລະ ມອບວັດຖຸປັດໄຈ ແລະ ເຄື່ອງອຸປະໂພກຈຳນວນໜຶ່ງ.
(ນາງ ອາລິນ ສຸພິມມະປະດິດ)

