ຍົກສູງຄວາມສາມາດການປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ສະມາຊິກສະພາເພດຍິງ

ພ.ພ. 21, 2026

(ສພຊ) – ກອງປະຊຸມເຝິກອົບຮົມໃຫ້ແກ່ສະມາຊິກສະພາເພດຍິງ ເພື່ອຍົກສູງຂີດຄວາມສາມາດໃນການປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຈັດຂຶ້ນໃນວັນທີ 14-15 ພຶດສະພານີ້ ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການສູນກາງພັກ, ກໍາມະການຄະນະປະຈໍາ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ເຊິ່ງມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ເປັນເພດຍິງ ຈາກແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ, ບັນດາທ່ານຫົວໜ້າກົມ ແລະ ຮອງຫົວໜ້າກົມທີ່ເປັນເພດຍິງພາຍໃນສະພາແຫ່ງຊາດ ລວມຜູ້ເຂົ້າຮ່ວມທັງໝົດ 75 ທ່ານ, ເພດຊາຍ 9 ທ່ານ; ກອງປະຊຸມໄດ້ຮັບກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທີ່ໃຫ້ທິດຊີ້ນໍາຕໍ່ການເຄື່ອນໄຫວວຽກງານຂອງຄະນະ ສສຊ ເພດຍິງ ຊຸດທີ X ໄລຍະປີ 2026-2030 ກໍຄືການເຝິກຝົນຫຼໍ່ຫຼອມເພື່ອພັດທະນາຕົນເອງຂອງສະມາຊິກສະພາເພດຍິງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍ ເພື່ອໃຫ້ສົມກັບເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ.
ຜູ້ແທນກອງປະຊຸມໄດ້ຮັບຟັງການບັນລະຍາຍເອກະສານກ່ຽວກັບການພິຈາລະນາຮັບຮອງ, ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ການສ້າງແຜນງົບປະມານທີ່ຄໍານຶງເຖິງບົດບາດຍິງ-ຊາຍ, ການສ້າງເຄືອຂ່າຍປະສານວຽກງານຂອງແມ່ຍິງ; ນອກຈາກນີ້, ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ລະຫວ່າງ ສສຊ, ສສຂ ແລະ ວິທະຍາກອນ ຢ່າງກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ກຽມໄວ້ຢ່າງຈົບງາມ.
ນອກຈາກເປັນການເຝິກອົບຮົມໃນຫົວຂໍ້ຕ່າງໆ ທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ, ກອງປະຊຸມຄັ້ງນີ້ ຍັງໄດ້ເຜີຍແຜ່ນິຕິກໍາສອງສະບັບທີ່ສໍາຄັນ ເພື່ອຮັບໃຊ້ໜ້າທີ່ການເມືອງຂອງຄະນະ ສສຊ ເພດຍິງ ຄື: 1. ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ X ສະບັບເລກທີ 127/ຄປຈ, ລົງວັນທີ 14 ພຶດສະພາ 2026; 2. ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ X ສະບັບເລກທີ 128/ຄປຈ, ລົງວັນທີ 14 ພຶດສະພາ 2026 ໂດຍແມ່ນທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ຮັບການແຕ່ງຕັ້ງໃຫ້ສືບຕໍ່ເປັນປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ມີບັນດາທ່ານຮອງປະທານ 4 ທ່ານ ຄື: 1. ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, 2. ທ່ານ ນາງ ດາລານີ ພົມມະວົງສາ, 3. ທ່ານ ນາງ ເພັດສະໝອນ ສອນ, 4. ທ່ານ ພັອ. ນາງ ພວງທອງ ສຸຍະວົງ ແລະ ກໍາມະການ ຈໍານວນ 46 ທ່ານ ແລະ ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຮັບການແຕ່ງຕັ້ງເປັນຜູ້ຊີ້ນໍາລວມວຽກງານຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ.
ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກສະພາເພດຍິງທີ່ເຂົ້າຮ່ວມໃນຄັ້ງນີ້ ຈົ່ງນໍາເອົາບົດຮຽນຈາກການເຝິກອົບຮົມໄປໝູນໃຊ້ເຂົ້າໃນການພິຈາລະນາຮັບຮອງ ກໍຄືການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມຢູ່ຂັ້ນທ້ອງຖິ່ນ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ; ພ້ອມທັງຮຽກຮ້ອງໃຫ້ເປັນເຈົ້າການນໍາພາ ແລະ ຈັດຕັ້ງຜັນຂະຫຍາຍມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ X ໃຫ້ປາກົດຜົນເປັນຈິງ ໂດຍປະສານສົມທົບແໜ້ນກັບການປະຕິບັດພາລະບົດບາດດ້ານນິຕິບັນຍັດ, ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຍົກສູງບົດບາດຂອງຕົນທີ່ເປັນສະມາຊິກສະພາເພດຍິງ ໃຫ້ພົ້ນເດັ່ນຂຶ້ນຢູ່ພາຍໃນ ແລະ ສາກົນ.