ຊີວະປະຫວັດຫຍໍ້ຂອງສະຫາຍ ໄຊສົມພອນ ພົມວິຫານ

ສ.ຫ. 10, 2026

ຊີວະປະຫວັດຫຍໍ້ຂອງສະຫາຍ ໄຊສົມພອນ ພົມວິຫານ
……………………………………………………………
‎ ວັນ, ເດືອນ, ປີ ເກີດ: 12 ທັນວາ 1956;
‎ ເກີດທີ່: ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ;
‎ ຊົນເຜົ່າ: ລາວ, ສາສະໜາ: ພຸດ;
‎ ປັດຈຸບັນຢູ່: ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ;
‎ ຊັ້ນຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຊຸດທີ X.
‎ ລະດັບການສຶກສາສາມັນ: ມັດທະຍົມສຶກສາຕອນປາຍ, ລະດັບວິຊາສະເພາະ: ປະລິນຍາເອກ ສາຂາວິຊາ: ເສດຖະສາດການເມືອງ, ລະດັບທິດສະດີການເມືອງ: ຂັ້ນສູງ;
‎ ວັນ, ເດືອນ, ປີ ເຂົ້າສັງກັດລັດ: 1975; ວັນ, ເດືອນ, ປີ ເຂົ້າພັກສົມບູນ: 01 ກັນຍາ 1984.
‎ ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:
‎- 1977-1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ, ສະຫະພາບໂຊວຽດ (ສະຫະພັນລັດເຊຍ ໃນປັດຈຸບັນ);
‎- 1983-1984 ອາຈານສອນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນະຄອນຫຼວງວຽງຈັນ;
– 1984-1987 ຄົ້ນຄວ້າ ແລະ ປ້ອງກັນສຳເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງລັດ ມົດສະກູ, ສະຫະພາບໂຊວຽດ (ສະຫະພັນລັດເຊຍ ໃນປັດຈຸບັນ);
‎- 1987-1989 ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ;
‎- 1989-1991 ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ;
‎- 1991-1993 ກຳມະການສູນກາງພັກ ສະໄໝທີ V, ຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ;
‎- 1993-1995 ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ;
‎- 1995-1997 ກຳມະການສູນກາງພັກ ສະໄໝທີ VI, ລັດຖະມົນຕີວ່າການກະຊວງການເງິນ;
‎- 1998-2001 ສະມາຊິກສະພາແຫ່ງຊາດ ຊຸດທີ IV, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;
‎- 2001-2006 ກຳມະການສູນກາງພັກ ສະໄໝທີ VII, ປະທານກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາສາກົນ ແຫ່ງ ສປປລາວ;
‎- 2006-2010 ກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VI ທັງເປັນປະທານກຳມາທິການການຕ່າງປະເທດ;
‎- 2011-2015 ກຳມະການສູນກາງພັກ ສະໄໝທີ IX, ເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VII;
‎- ເດືອນ 1-4/2016 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ X, ເລຂາຄະນະພັກ, ຮອງປະທານສະພາແຫ່ງຊາດ ຊຸດທີ VIII;
‎- ເດືອນ 6/2016-2020 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ X, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII;
‎- ເດືອນ 1-3/2021 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ສະມາຊິກສະພາແຫ່ງຊາດ ຊຸດທີ VIII;
‎- ເດືອນ 3/2021-12/2025 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ເລຂາຄະນະພັກ, ປະທານສະພາແຫ່ງຊາດ ຊຸດທີ IX;
‎- ເດືອນ 1/2026 ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII, ເລຂາຄະນະພັກ, ປະທານສະພາແຫ່ງຊາດ ຊຸດທີ IX;
‎- ເດືອນ 3/2026-ປັດຈຸບັນ ກຳມະການສູນກາງພັກ ແລະ ກຳມະການກົມການເມືອງສູນກາງພັກ ສະໄໝທີ XII, ເລຂາຄະນະພັກ, ປະທານສະພາແຫ່ງຊາດ ຊຸດທີ X.