ຄະນະຜູ້ແທນສະພາແຫ່ງຊາດ ລາວ-ຫວຽດນາມ ພົບປະສອງຝ່າຍທີ່ພະນົມເປັນ

ສ.ຫ. 31, 2026

(ສພຊ) – ວັນທີ 26 ສິງຫາ 2026, ຄະນະຜູ້ແທນສະພາແຫ່ງຊາດ ສປປລາວ ນຳໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ໄດ້ພົບປະສອງຝ່າຍກັບຄະນະຜູ້ແທນສະພາແຫ່ງຊາດ ສສ.ຫວຽດນາມ ນຳໂດຍສະຫາຍ ນາງ ຫງວຽນ ຖິ ແທັງ (Nguyễn Thị Thanh) ຮອງປະທານສະພາແຫ່ງຊາດ ໃນໂອກາດການເດີນທາງໄປເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 2 ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ.
ໃນການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ກໍຄືການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ-ຫວຽດນາມ, ພ້ອມທັງປຶກສາຫາລືກັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນຂອງການນຳຂັ້ນສູງ ແລະ ຂັ້ນກຳມາທິການຕ່າງໆ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດບົດບາດການເຄື່ອນໄຫວຂອງອົງການນິຕິບັນຍັດ ໂດຍສະເພາະແມ່ນການແລກປ່ຽນບົດຮຽນໃນດ້ານການສ້າງ ແລະ ປັບປຸງກົດໝາຍ; ສອງຝ່າຍເຫັນດີເປັນເອກະພາບໃນການປັບປຸງບົດບັນທຶກການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ທີ່ຈະໝົດອາຍຸໃນປີ 2027, ເຫັນດີຈະສືບຕໍ່ຮ່ວມມືກັນປະຕິບັດພາລະບົດບາດຕິດຕາມກວດກາບັນດາໂຄງການລົງທຶນ ແລະ ໂຄງການຮ່ວມມືຂອງສອງປະເທດ ເປັນຕົ້ນ: ໂຄງການທ່າເຮືອວຸ້ງອາງ (Vũng Áng), ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ທາງລົດໄຟ ລາວ-ຫວຽດນາມ ເຊິ່ງຈະເຮັດໃຫ້ມູນຄ່າທາງການຄ້າຂອງສອງປະເທດ ມີການເພີ່ມຂຶ້ນ, ຊ່ວຍໃຫ້ ສປປລາວ ສາມາດກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ.