ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153 ທີ່ຕັງຊານີ

ຕ.ລ. 13, 2026

(ສພຊ) – ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ລະຫວ່າງວັນທີ 5-9 ຕຸລາ 2026 ທີ່ນະຄອນອາຣູຊາ, ສະຫະ ສາທາລະນະລັດ ຕັງຊານີ ເຊິ່ງມີຜູ້ແທນເຂົ້າຮ່ວມກວ່າ 2,000 ຄົນ ຈາກບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນຕ່າງໆ ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ພິທີເປີດກອງປະຊຸມຢ່າງເປັນທາງການໃນວັນທີ 5 ຕຸລາ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ມີຄໍາເຫັນວ່າ ການຄຸ້ມຄອງບໍລິຫານທີ່ດີ ຕ້ອງສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານ ແລະ ປະຊາຊົນ; ການມີສ່ວນຮ່ວມຢ່າງແທ້ຈິງ, ຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ໂອກາດທີ່ສະເໝີພາບສຳລັບທຸກຄົນ ລວມທັງແມ່ຍິງ, ຊາວໜຸ່ມ, ຄົນພິການ ແລະ ປະຊາຊົນບັນດາເຜົ່າໃນເຂດຫ່າງໄກສອກຫຼີກ. ພ້ອມກັນນີ້, ຍັງແຈ້ງໃຫ້ຮັບຊາບວ່າ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນທ້າຍປີ 2026, ສປປລາວ ຈະສືບຕໍ່ສົ່ງເສີມການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ຄຽງຄູ່ກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສີຂຽວ ແລະ ຍືນຍົງ ໃນນີ້, ສະພາແຫ່ງຊາດລາວ ໄດ້ມີບົດບາດສຳຄັນໃນການສ້າງກົດໝາຍ, ຕິດຕາມກວດກາ ແລະ ຮັບຟັງສຽງຂອງປະຊາຊົນຜ່ານສາຍດ່ວນ ແລະ ສື່ມວນຊົນ ເພື່ອຮັບປະກັນໃຫ້ກົດໝາຍ ແລະ ນະໂຍບາຍ ສະທ້ອນເຖິງຄວາມຕ້ອງການຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
ໂອກາດດຽວກັນ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເຂົ້າຮ່ວມກອງປະຊຸມປະສານງານຂອງເຄືອຂ່າຍລັດຖະສະພາຂະບວນການບໍ່ຮ່ວມກຸ່ມ (NAM) ເຊິ່ງເປັນປະທານໂດຍທ່ານ ນາງ ຊາຮິບາ ກາຟາໂຣວາ ປະທານສະພາແຫ່ງຊາດອາແຊກໄບຊານ ເພື່ອປຶກສາຫາລືໃນຂອບການຮ່ວມມືຂອງອົງການດັ່ງກ່າວ; ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນກອງປະຊຸມສຳມະນາກ່ຽວກັບ “ການເສີມສ້າງບົດບາດການຕິດຕາມກວດກາຂອງລັດຖະສະພາ ຕໍ່ວຽກງານຊັບພະຍາກອນແຮ່ທາດທີ່ສຳຄັນ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ” ໂດຍແລກປ່ຽນບົດຮຽນ ແລະ ປະສົບການຂອງສະພາແຫ່ງຊາດລາວ ໃນການຕິດຕາມກວດກາການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນແຮ່ທາດ ໃຫ້ມີຄວາມໂປ່ງໃສ ແລະ ຍືນຍົງ.
ກອງປະຊຸມໃຫຍ່ IPU ຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດ້ຮ່ວມພິຈາລະນາ ແລະ ໃຊ້ສິດລົງຄະແນນຄັດເລືອກເອົາບັນຫາຮີບດ່ວນຂອງໂລກໃນປັດຈຸບັນ ເພື່ອບັນຈຸເຂົ້າໃນວາລະກອງປະຊຸມທັງໝົດ 3 ຫົວຂໍ້ ຄື: 1. “ການຮັບປະກັນເສລີພາບໃນການເດີນເຮືອ, ຄວາມໝັ້ນຄົງທາງທະເລ ແລະ ການໄຫຼວຽນຂົນສົ່ງສິນຄ້າລະຫວ່າງຊາດ ຜ່ານຊ່ອງທາງ ແລະ ຊ່ອງແຄບທາງທະເລ ໃຫ້ສອດຄ່ອງກັບກົດໝາຍລະຫວ່າງຊາດ: ການຮຽກຮ້ອງໃຫ້ມີການເຄື່ອນໄຫວຢ່າງຮີບດ່ວນຂອງລັດຖະສະພາ” ສະເໜີໂດຍ: ບາເຣນ; 2. “ການປະນາມການຮຸກຮານທາງການທະຫານຂອງສະຫະລັດອາເມລິກາ ແລະ ອິດສະຣາແອນ ຕໍ່ສາທາລະນະລັດ ອິດສະລາມ ອີຣານ ກໍຄືການປິດລ້ອມທາງອາກາດ ແລະ ທາງນ້ຳ ທີ່ກຳນົດບັງຄັບໃຊ້ໂດຍສະຫະລັດອາເມລິກາ, ໂດຍຖືວ່າເປັນການລະເມີດກົດໝາຍລະຫວ່າງຊາດ ແລະ ຫຼັກການບໍ່ແຊກແຊງກິດຈະການພາຍໃນ” ສະເໜີໂດຍ: ອີຣານ; 3. “ການເຄື່ອນໄຫວຢ່າງຮີບດ່ວນຂອງລັດຖະສະພາ ເພື່ອຮັບມືກັບໄພພິບັດທາງທຳມະຊາດ ທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ ແລະ ສ້າງຄວາມເຂັ້ມແຂງໃນພູມິພາກຮິມາໄລ ແລະ ພູມິພາກອື່ນໆທີ່ບອບບາງມີຄວາມສ່ຽງ” ສະເໜີໂດຍ: ເນປານ. ຜ່ານການປະຊາມະຕິເຫັນວ່າ ຂໍ້ສະເໜີຂອງເນປານ ກ່ຽວກັບການດຳເນີນງານຢ່າງຮີບດ່ວນຂອງລັດຖະສະພາ ເພື່ອແກ້ໄຂໄພພິບັດທີ່ກ່ຽວຂ້ອງກັບດິນຟ້າອາກາດ ໄດ້ຮັບຄະແນນສຽງສ່ວນຫຼາຍ ແລະ ໄດ້ຮັບການບັນຈຸເຂົ້າໃນວາລະກອງປະຊຸມ.
ພິເສດ, ກອງປະຊຸມສະພາບໍລິຫານ IPU ຄັ້ງທີ 218 ໄດ້ເລືອກຕັ້ງທ່ານ ມິລຕັນ ດິກ ປະທານສະພາຕ່ຳອົດສະຕຣາລີ ເປັນປະທານ IPU ຄົນທີ 32 ສະໄໝ 2026-2029 ດ້ວຍຄະແນນສຽງ 182 ຫຼື 56% ຂອງຄະແນນສຽງທັງໝົດ; ກອງປະຊຸມໃຫຍ່ IPU ຄັ້ງທີ 154 ຈະຈັດຂຶ້ນລະຫວ່າງວັນທີ 10-14 ພຶດສະພາ 2027 ທີ່ນະຄອນເຈນີວາ, ສະວິດເຊີແລນ. ນອກນີ້, ກອງປະຊຸມກຸ່ມອາຊຽນ+3 ປະເທດບຣູໄນ ດາຣູຊາລາມ ຈະເປັນປະທານໃນຄັ້ງຕໍ່ໄປ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ພົບປະສອງຝ່າຍກັບທ່ານ ຫງວຽນ ຮົ່ງ ຢຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ໂດຍທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງພັກ-ລັດ ກໍຄືສອງສະພາແຫ່ງຊາດ ແລະ ເຫັນດີສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີ IPU ແລະ AIPA; ພົບປະປະທານສະພາຕ່ຳອົດສະຕຣາລີ ແລະ ປະທານສະພາແຫ່ງຊາດອາແຊກໄບຊານ ອີກດ້ວຍ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນສໍາຄັນໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຂອງພັກ ແລະ ລັດ ສປປລາວ, ພ້ອມທັງຍົກສູງພາລະບົດບາດ ແລະ ພາບພົດຂອງ ສປປລາວ ກໍຄືສະພາແຫ່ງຊາດ ຢູ່ເວທີລັດຖະສະພາສາກົນໃຫ້ນັບມື້ສູງຂຶ້ນ.