(ສພຊ) – ໃນລະຫວ່າງວັນທີ 15-19 ເມສາ 2026 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (Inter-Parliamentary Union – IPU) ຄັ້ງທີ 152 ທີ່ນະຄອນອິສຕັນບູນ, ປະເທດຕວັກກີ ເຊິ່ງມີຄະນະຜູ້ແທນຈາກ 126 ປະເທດ ທີ່ເປັນສະມາຊິກ IPU ເຂົ້າຮ່ວມ, ໃນນີ້ ມີລະດັບປະທານລັດຖະສະພາ 65 ທ່ານ, ຮອງປະທານລັດຖະສະພາ 46 ທ່ານ ແລະ ສະມາຊິກລັດຖະສະພາ 720 ທ່ານ; ພ້ອມກັນນີ້, ຍັງມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ, ຕົວແທນຈາກອົງການລັດຖະສະພາປະຈຳພາກພື້ນ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມຫຼາຍກວ່າ 1,500 ຄົນ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້: “ເສີມສ້າງຄວາມຫວັງ, ຮັບປະກັນສັນຕິພາບ ແລະ ຄວາມຍຸຕິທຳ ເພື່ອຄົນຮຸ່ນສືບທອດ” ພ້ອມດຽວກັນນີ້, ຍັງມີກອງປະຊຸມຄະນະບໍລິຫານງານ IPU; ກອງປະຊຸມກໍາມາທິການຕ່າງໆຂອງ IPU ທີ່ຈັດຂຶ້ນຄວບຄູ່ກັນໄປ ເຊັ່ນ: ເວທີປາໄສສະມາຊິກລັດຖະສະພາເພດຍິງ IPU, ກອງປະຊຸມກໍາມາທິການປະຈຳ ວ່າດ້ວຍສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ກອງປະຊຸມກຳມາທິການປະຈຳ ວ່າດ້ວຍການພັດທະນາແບບຍືນຍົງ, ກອງປະຊຸມກຳມາທິການປະຈຳ ວ່າດ້ວຍປະຊາທິປະໄຕ ແລະ ສິດທິມະນຸດ, ກອງປະຊຸມກຳມາທິການປະຈຳ ວ່າດ້ວຍວຽກງານອົງການສະຫະປະຊາຊາດ, ເວທີປຶກສາຫາລືຂອງສະມາຊິກລັດຖະສະພາໜຸ່ມ, ກອງປະຊຸມກຸ່ມ ASEAN+3, ກອງປະຊຸມກຸ່ມອາຊີ-ປາຊິຟິກ, ກອງປະຊຸມຄັ້ງທີ 2 ຂອງກຸ່ມລັດຖະສະພາສະໜັບສະໜູນປາແລັດສະຕິນ, ກອງປະຊຸມເຄືອຂ່າຍລັດຖະສະພາຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມຈໍານວນໜຶ່ງ.
ກອງປະຊຸມດັ່ງກ່າວນີ້, ຫົວໜ້າຄະນະຜູ້ແທນແຕ່ລະປະເທດ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ໂດຍຮຽກຮ້ອງໃຫ້ສົ່ງເສີມລະບົບພະຫຸພາຄີ (ຫຼາຍຝ່າຍ) ແລະ ເພີ່ມທະວີບົດບາດຂອງສະຫະພັນລັດຖະສະພາສາກົນ ກໍຄືການທູດລັດຖະສະພາ ໃນການຊຸກຍູ້ການພົບປະສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ ບົນພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.
ໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະຜູ້ແທນລາວ ໄດ້ຂຶ້ນກ່າວປາໄສໃນກອງປະຊຸມໃຫຍ່ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບການຂອງໂລກທີ່ກຳລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ແລະ ເຕັມໄປດ້ວຍສິ່ງທ້າທາຍຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນທົ່ວໂລກ; ທ່ານຍັງໄດ້ເນັ້ນໜັກຕື່ມວ່າ ສປປລາວ ທີ່ເປັນປະເທດເຄີຍໄດ້ຮັບຜົນກະທົບຈາກສົງຄາມຮຸກຮານມາຫຼາຍທົດສະວັດ ຈຶ່ງເຫັນວ່າສັນຕິພາບ, ຄວາມຍຸຕິທຳ ແລະ ການພັດທະນາເສີມສ້າງສັນຕິພາບຜ່ານການເຈລະຈາ ແລະ ຄວາມຮັບຜິດຊອບຮ່ວມກັນທາງການເມືອງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ຫຼັກການກົດບັດສະຫະປະຊາຊາດ, ຄວາມຍຸຕິທຳ ຜ່ານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ ຢ່າງເຂັ້ມງວດ, ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຖືເອົາປະຊາຊົນເປັນໃຈກາງ ແລະ ສ້າງເສດຖະກິດໂລກທີ່ເປັນທຳ ແລະ ຍືນຍົງ ເພື່ອຮັບປະກັນການເຕີບໂຕທາງດ້ານເສຖະກິດ ແລະ ຄຸນນະພາບຊີວິດຂອງປະຊາຊົນ.
ນອກຈາກນີ້, ຮອງປະທານສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນເວທີປຶກສາຫາລືຂອງສະມາຊິກລັດຖະສະພາເພດຍິງ ເຊິ່ງທ່ານໄດ້ຕີລາຄາບົດບາດຂອງ IPU ໃນການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນເວທີການເມືອງ ພ້ອມທັງຍົກໃຫ້ເຫັນຈຳນວນສະມາຊິກສະພາແຫ່ງຊາດລາວ ຊຸດທີ X ໄດ້ເພີ່ມຂຶ້ນເປັນ 29.71%. ພ້ອມດຽວກັນນີ້, ທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ກໍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມເຄືອຂ່າຍລັດຖະສະພາຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 5 ພາຍໃຕ້ຫົວຂໍ້: ບົດບາດຂອງລັດ ຖະສະພາ ໃນການຮັບປະກັນການຫັນເປັນຕົວເມືອງທີ່ທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ.
ກອງປະຊຸມໃຫຍ່ຄັ້ງນີ້, ຄະນະຜູ້ແທນລາວ ຍັງໃຊ້ສິດລົງຄະແນນຮັບຮອງເອົາບັນຫາຮີບດ່ວນຂອງໂລກ ໂດຍສະເພາະແມ່ນການສົ່ງເສີມໃຫ້ມີການເຈລະຈາຢຸດຍິງ ແລະ ສ້າງສັນຕິພາບຍາວນານ ລະຫວ່າງສະຫະລັດ ແລະ ອີຣານ, ໄດ້ໃຊ້ສິດເລືອກຕັ້ງເລຂາທິການໃຫຍ່ IPU ຜູ້ໃໝ່ ເພື່ອປ່ຽນແທນທ່ານ ມາຕິນ ຈົງກົງ (Martin Chungong) ທີ່ຈະໝົດວາລະລົງໃນວັນທີ 30 ມີຖຸນານີ້ ໂດຍທ່ານ ນາງ ອານດາ ຟິລິປ (Anda Filip) ຈາກປະເທດຣູມານີ ໄດ້ຮັບເລືອກເປັນເລຂາທິການໃຫຍ່ຜູ້ໃໝ່ຂອງ IPU ເຊິ່ງຈະດຳລົງຕຳແໜ່ງເປັນເວລາ 4 ປີ ແລະ ເປັນເລຂາທິການໃຫຍ່ຄົນທີ 9 ທີ່ເປັນແມ່ຍິງຄົນທຳອິດໃນອົງການດັ່ງກ່າວ; ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຮອງເອົາຍຸດທະສາດໃໝ່ຂອງ IPU ສຳລັບໄລຍະປີ 2027-2032 ແລະ ຮັບຮອງເອົາເຈົ້າພາບຈັດກອງປະຊຸມໃຫຍ່ IPU ຄັ້ງຕໍ່ໄປ ຄືຄັ້ງທີ 153 ເຊິ່ງຈະຈັດຂຶ້ນລະ ຫວ່າງວັນທີ 5-9 ຕຸລາ 2026 ທີ່ນະຄອນອາຣູຊາ, ປະເທດຕັງຊານີ, ທະວີບອາຟຣິກາ.
ໃນການເຂົ້າຮ່ວມກອງປະຊຸມ IPU 152, ຄະນະຜູ້ແທນລາວ ຍັງໄດ້ຖືໂອກາດພົບປະ ແລະ ໂອ້ລົມແບບສອງຝ່າຍກັບຄະນະຜູ້ແທນຈາກລັດຖະສະພາປະເທດເພື່ອນມິດ, ອົງການລັດຖະສະພາພາກພື້ນ ເຊັ່ນ: ຫວຽດນາມ, ເກຣັກ, ຣູມານີ, ກໍາປູເຈຍ, ສິງກະໂປ, ມານຕາ, ຕີມໍແລັດສະເຕ, ຈີນ ແລະ ອື່ນໆ ເພື່ອແລກປ່ຽນຄຳຄິດຄຳເຫັນຕໍ່ເນື້ອໃນກອງປະຊຸມ ແລະ ປຶກສາຫາລືກ່ຽວກັບການພົວພັນຮ່ວມມືວຽກງານດ້ານນິຕິບັນຍັດລະຫວ່າງສະພາແຫ່ງຊາດລາວ ກັບ ປະເທດຕ່າງໆ.
ຄະນະຜູ້ແທນສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 152
