ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມກວດກາ ໃນວັນທີ 13 ພະຈິກ 2026 ຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ລົງເຄື່ອນໄຫວ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມ ສະພາປະຊາຊົນແຂວງ ໃນເຂດເລືອກຕັ້ງເມືອງນາແລ, ໄດ້ເປີດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານິດາ ເຮືອງແພງອ່ອນ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ, ມີກຳມະການພັກເມືອງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ, ສະຫະພັນນັກຮົມເກົ່າ, ຫົວໜ້າ, ຮອງຫົວໜ້າ ສອງກຳລັງ ປກສ-ປກຊ, ພະນັກງານແຕ່ຊັ້ນຮ້ອຍເອກ, ປະທານ, ຮອງປະທານຕາແສງພາຍໃນເມືອງເຂົ້າຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ; ການຈັດຕັ້ງປະຕິບັດວຽກງານ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການດໍາເນີນຄະດີອາຍາ (ໂດຍສະເພາະແມ່ນການນໍາໃຊ້ 7 ມາດຕະການ ສະກັດກັ້ນ ຫຼື ວິທີການ ສືບສວນ-ສອບສວນ) ໃນໄລຍະຜ່ານມາ; ການຈັດຕັ້ງປະຕິບັດ ກົດໝາຍ ໃນກໍາລັງກ່ຽວກັບການດຳເນີນຄະດີໃນກຳລັງ; ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃນໄລຍະຜ່ານມາ (ນັບທັງຄໍາຊີ້ຂາດ); ການເກັບ ແລະ ຮິບໂຮມຊັບຕ່າງໆ ທີ່ຖືກຍຶດ, ຮົບເປັນຂອງລັດ; ການຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນນັກຮົບເກົ່າເມືອງ ໃນ 1 ປີຜ່ານມາ ແລະ ຮັບຟັງ ການຈຕັດຕັ້ງປະຕິບັດວຽກງານ ແລະ ການເປັນເສນາທິການໃຫ້ອົງການປົກຄອງເມືອງ ໃນການພິຈາລະນາແກ້ໄຂຄໍາຮ້ອງ, ຄໍາສະເໜີຕ່າງໆ ຕາມກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ, ກົດໝາຍວ່າດ້ວຍການກວດກາລັດ ໃນໄລຍະຜ່ານມາ; ນອກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ສະເໜີ, ແລກປ່ຽນປະກອບຄໍາຄິດເຫັນໃນຂົງເຂດຍຸຕິທໍາ ພາຍໃນເມືອງຢ່າງມີຈຸດສຸມ ທັງນີ້ ເພື່ອເປັນຂໍ້ມູນໃຫ້ຄະນະກຳມະການກ່ຽວຂ້ອງຂອງສະພາປະຊາຊົນແຂວງ ນໍາສະເໜີຫາຂັ້ນເທີງ ຄົ້ນຄວ້າແກ້ໄຂໃນການຈັດຕັ້ງປະຕິບັດຂົງເຂດຍຸຕິທໍາ ໃຫ້ມີຄຸນນະພາບຂຶ້ນກວ່າເກົ່າ.
ພ້ອມດຽວກັນ ທ່ານ ພັອ ພອນແກ້ວ ພົງແສນຫລວງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ຮອງປະທານຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໄດ້ເຜີຍແຜ່ ມະຕິຂອງ ຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 78/ຄປຈຂ.ຫຼຸນທ, ລົງວັນທີ 21 ກັນຍາ 2026 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການ ປກຊ- ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ; ຜ່ານບົດບັນທຶກຮ່ວມລະຫວ່າງ ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງບັນຊາການທະຫານແຂວງ; ຜ່ານບົດບັນທຶກຮ່ວມລະຫວ່າງ ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ກອງບັນຊາການ ປກສ ແຂວງ ຜ່ານບົດບັນທຶກຮ່ວມລະຫວ່າງ ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ສະຫະພັນນັກຮົບເກົ່າແຂວງ; ຜ່ານບົດບັນທຶກຮ່ວມລະຫວ່າງ ຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ ກັບ ອົງການໄອຍະການປະຊານຊົນ, ສານປະຊາຊົນ ແລະ ພະແນກຍຸຕິທໍາແຂວງ.
ຂ່າວ ວັນນີ ແຝງບົວວັນ
