(ສພຊ) – ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງຄະນະພັກຮາກຖານກໍາມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ) ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2026 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ທຸມມາລີ ວົງພະຈັນ ກຳມະການສູນກງພັກ, ເລຂາໜ່ວຍພັກຮາກຖານ, ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ; ເຂົ້າຮ່ວມ ແລະ ໃຫ້ກຽດໂອລົມຕໍ່ກອງປະຊຸມໂດຍສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາແຫ່ງຊາດ; ມີສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາ ກໝຍທ, ບັນດາສະມາຊິກພັກທີ່ເປັນຜູ້ເເທນກອງປະຊຸມໃຫຍ່ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ບົນພື້ນຖານຄວາມສາມັກຄີເປັນເອກະພາບ, ເສີມຂະ ຫຍາຍສິດປະຊາທິປະໄຕ, ຄວາມຮັບຜິດຊອບສູງຂອງຜູ້ແທນກອງປະຊຸມໃຫຍ່ ໃນການຄົ້ນຄວ້າ, ຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກຮາກຖານກໍາມາທິການກົດໝາຍ ແລະ ຍຸຕິທໍາ ເຊິ່ງໄດ້ຕີລາຄາສະພາບການນໍຳພາໃນໄລ ຍະປີ 2021-2025 ແລະ ກຳນົດທິດທາງແຜນການຕໍ່ໜ້າ ປີ 2026-2030, ຮັບຟັງການປະກອບຄໍາເຫັນຂອງຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ເຊິ່ງເປັນຄໍາເຫັນທີ່ຢັ້ງຢືນຄວາມຖືກຕ້ອງ ແລະ ຄວາມເປັນຈິງ ຕໍ່ໝາກຜົນການນໍາພາຊີ້ນໍາຂອງຄະ ນະໜ່ວຍພັກຮາກຖານ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ກໝຍທ.
ໃນກອງປະຊຸມໃຫຍ່, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກຳມາທິການກົດໝາຍ ແລະ ຍຸຕິທຳ ຊຸດໃໝ່ ຕາມມາດຕະຖານ-ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ 9 ສະຫາຍ ແລະ ເລືອກໄດ້ຄະນະພັກຊຸດໃໝ່ຈຳນວນ 7 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະພາບເລືອກເອົາສະຫາຍ ນາງ ທຸມມາລີ ວົງພະຈັນ ເປັນເລຂາ, ສະຫາຍ ສິງຄໍາ ວົງພະຈັນ ເປັນຮອງເລຂາ, ສະຫາຍ ພູທອນ ວໍລະເພັດ, ສະຫາຍ ນາງ ພອນເພັດ ອຸ່ນແກ້ວ, ສະຫາຍ ນາງ ກັນທິນາ ປ້ານອິນຫວນ, ສະຫາຍ ບຸນຍົງ ພົນເສນາ ແລະ ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ເປັນກໍາມະການ ໃນນັ້ນ, ໄດ້ເລືອກຕັ້ງເອົາສະຫາຍ ພູທອນ ວໍລະເພັດ ເປັນປະທານກວດກາ ແລະ ສະຫາຍ ນາງ ພອນເພັດ ອຸ່ນແກ້ວ ເປັນຮອງປະທານກວດກາ. ພ້ອມກັນນີ້, ກອງປະຊຸມໃຫຍ່ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 28 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ເຊິ່ງຈະເປີດຂຶ້ນໃນຕໍ່ໜ້າ.
ກອງປະຊມໃຫຍ່ໄດ້ຮັບຟັງການໂອ້ລົມຂອງສະຫາຍ ໄຊສົມພອນ ພົມວິຫານ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການເຄື່ອນໄຫວວຽກງານໄລຍະຜ່ານ ແລະ ໃຫ້ທິດຊີ້ນຳບາງວຽກງານດັ່ງນີ້: ຄະນະພັກຮາກຖານຊຸດໃໝ່ ຕ້ອງໄດ້ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນໃຫ້ຈະແຈ້ງ ເພື່ອນໍາພາຊີ້ນໍາວຽກງານຂອງກໍາມາທິການ ໃຫ້ມີຜົນສໍາເລັດ ແລະ ປາກົດຜົນເປັນຈິງ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ ໄປໃຫ້ຖັນແຖວສະມາຊິກພັກ, ພະນັກງານ ເພື່ອຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂົງເຂດ ໃຫ້ເປັນແຜນງານໂຄງການແຕ່ລະດ້ານ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານໃນແຕ່ລະໄລຍະ; ສືບຕໍ່ປັບປຸງກົງຈັກ, ສັບຊ້ອນບຸກຄະລາກອນຂອງຕົນ ເຂົ້າໃສ່ແຕ່ລະຕໍາແໜ່ງງານ ແລະ ກໍານົດລະບຽບການເຄື່ອນໄຫວວຽກງານຂອງກໍາມາທິການ ແລະ ກົມທີ່ເປັນເສນາທິການ ໃຫ້ຈະ ແຈ້ງ, ສອດຄ່ອງຕາມກົດໝາຍ ແລະ ການມອບໝາຍຂອງຄະນະພັກ, ຄະນະປະຈໍາສະພາແຫ່ງຊາດ; ສຶກສາອົບຮົມ, ກໍ່ ສ້າງ, ບໍາລຸງ ທາງດ້ານທິດສະດີ, ຄຸນທາດການເມືອງ, ຈັນຍາບັນຈັນຍາທໍາ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະ ກອນ; ປັບປຸງລະບອບແບບແຜນນໍາພາຂອງຄະນະພັກຮາກຖານ ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຕົວຈິງ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສົ່ງເສີມຫົວຄິດປະດິດສ້າງ, ນໍາໃຊ້ສະຕິປັນຍາລວມໝູ່ເປັນກໍາລັງແຮງແຫ່ງການນໍາພາຊີ້ນໍາວຽກງານຂອງຄະນະພັກຮາກຖານ; ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ບົນຈິດໃຈຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງມີວິທະຍາສາດ, ມີທັດສະນະມະຫາຊົນຖືກຕ້ອງ ແລະ ຊູກຍູ້ໃຫ້ສະມາຊິກພັກ ແລະ ມະຫາຊົນ ມີສ່ວນຮ່ວມໃນທຸກວຽກງານ; ເພີີ່ມທະວີການຄຸ້ມຄອງ, ກວດກາ ແລະ ປະເມີນສະມາຊິກພັກ, ພະນັກງານ-ລັດຖະກອນ ຕາມລະບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ສົ່ງເສີມວຽກດີຄົນເກັ່ງ ໂດຍປະຕິບັດລະບອບຍ້ອງຍໍ, ເລື່ອນຂັ້ນຕຳແໜ່ງ ແລະ ປະຕິ ບັດນະໂຍບາຍຢ່າງເໝາະສົມຕໍ່ຜູ້ທີ່ມີຜົນງານ ແລະ ປະຕິບັດມາດຕະການຢ່າງສົມເຫດສົມຜົນຕໍ່ຜູ້ລະເມີດ; ເພີ່ມທະວີການນໍາພາຊີ້ນໍາຢ່າງໃກ້ຊິດຕໍ່ກົມທີ່ເປັນເສນາທິການຂອງຕົນ ໃນການປະຕິບັດວຽກງານວິຊາສະເພາະ ເປັນແຕ່ລະໄລຍະ, ມີການມອບວຽກ, ສະຫຼຸບລາຍງານ ແລະ ຂໍທິດຊີ້ນໍາຕາມຂັ້ນຕອນ ແນໃສ່ເຮັດໃຫ້ວຽກງານມີຜົນສໍາເລັດຕາມແຜນ ການ, ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ບໍ່ໃຫ້ເກີດຫາງສຽງຈົ່ມວ່າຈາກສັງຄົມ; ສະມາຊິກແຕ່ລະສະຫາຍ ຕ້ອງໄດ້ເຊີດຊູຄວາມຮັບຜິດຊອບ, ຄວາມເປັນເຈົ້າການ ແລະ ສຸມສະຕິປັນຍາ, ປະດິດສ້າງ, ນໍາໃຊ້ຄວາມຮູ້ຄວາມສາມາດຢ່າງມີວິທະຍາສາດ ໃນການປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
(ກົງທະນູຄຳ ພິພັດເສລີ)

