ກິດຈະກຳບານເຕະ ຫ້ອງວ່າການສະພາແຫ່ງຊາດ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ

ມ.ຖ. 29, 2026

(ສພຊ) – ວັນທີ 26 ມິຖຸນາ 2026, ຫ້ອງວ່າການສະພາແຫ່ງຊາດ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ຊາຍ-ຍິງ ຮ່ວມກັບບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ທີ່ເດີ່ນກິລາເຟີຣາຣີ ໂດຍມີທ່ານ ເຂັມພອນ ອາໂນໄທ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາທ່ານຮອງຜູ້ອໍານວຍການໃຫຍ່ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ, ພະນັກງານ-ລັດຖະກອນ ແລະ ນັກກິລາຂອງທັງສອງພາກສ່ວນ ເຂົ້າຮ່ວມຂະບວນການຢ່າງຟົດຟື້ນ.
ການແຂ່ງຂັນກິລາໃນຄັ້ງນີ້ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານຫ້ອງວ່າການສະພາແຫ່ງຊາດ ກໍຄືຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ; ພ້ອມດຽວກັນນີ້, ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ຄຸ້ນເຄີຍເຊິ່ງກັນແລະກັນ ລະຫວ່າງພະນັກງານຂອງຫ້ອງວ່າການສະພາແຫ່ງຊາດ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການສົ່ງເສີມໃຫ້ພະນັກງານ-ລັດຖະກອນ ມີສຸຂະພາບທີ່ເຂັ້ມແຂງ.
ໂອກາດດັ່ງກ່າວ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຍັງໄດ້ມີພິທີມອບ-ຮັບຊຸດກິລາ (ຊາຍ-ຍິງ) ຈຳນວນ 70 ຊຸດ; ຫຼັງຈາກນັ້ນ, ກໍໄດ້ຮ່ວມພາເຂົ້າສາມັກຄີ ເພື່ອເພີ່ມທະວີຄວາມສະໜິດສະໜົມຮັກແພງເຊິ່ງກັນແລະກັນຕື່ມອີກ.