(ສພຊ) – ຕອນແລງວັນທີ 21 ຕຸລາ 2026, ຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ສ້າງກິດຈະກຳກິລາບານເຕະມິດຕະພາບ ຍິງ-ຊາຍ ຮ່ວມກັບ ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ເດີ່ນກິລາເຟີຣາຣີ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາທ່ານຮອງຫົວໜ້າ ຫສຊ, ຮອງຜູ້ອໍານວຍການໃຫຍ່ ຟຟລ, ພະນັກງານ-ລັດຖະກອນ ແລະ ນັກກິລາຂອງທັງສອງພາກສ່ວນ ເຂົ້າຮ່ວມຢ່າງຟົດຟື້ນ.
ການຈັດກິດຈະກຳຄັ້ງນີ້ ຈຸດປະສົງເພື່ອສ້າງຂະບວນການຂ່ຳນັບຊົມເຊີຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ແລະ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ທີ່ຈະໄດ້ດຳເນີນຂຶ້ນໃນຕໍ່ໜ້ານີ້ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງພະນັກງານ-ລັດຖະກອນຂອງສອງພາກສ່ວນ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການສົ່ງເສີມການຫຼິ້ນກິລາອອກກຳລັງກາຍເພື່ອສຸຂະພາບທີ່ແຂງແຮງ; ຫຼັງຈາກນັ້ນ, ໄດ້ມີການຮ່ວມພາເຂົ້າສາມັກຄີ ເພື່ອເພີ່ມທະວີຄວາມສະໜິດສະໜົມຮັກແພງເຊິ່ງກັນແລະກັນຕື່ມອີກ.
ກິດຈະກຳບານເຕະ ຫສຊ – ຟຟລ
