(ສພຊ) – ຕອນແລງວັນທີ 14 ພຶດສະພາ 2026 ກົມເລຂານຸການ, ຫ້ອງວ່າການສະພາແຫ່ງຊາດ ໄດ້ສ້າງກິດຈະກຳກິລາບານເຕະມິດຕະພາບ ຊາຍ-ຍິງ ຮ່ວມກັບ ທະນາຄານ ພັດທະນາລາວ (LDB BANK) ໂດຍມີຈຸດປະສົງເພື່ອຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍການປະສານສົມທົບດ້ານວຽກງານວິຊາສະເພາະ ລະຫວ່າງກົມເລຂານຸການ ກັບ ທະນາຄານ ພັດທະນາລາວ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ທັງເປັນການສົ່ງເສີມພະນັກງານ-ລັດຖະກອນທັງສອງພາກສ່ວນ ອອກກຳລັງກາຍເພື່ອເຮັດໃຫ້ສຸຂະພາບແຂງແຮງ, ມີຄວາມພ້ອມໃນການປະຕິບັດໜ້າທີ່ວຽກງານ.

ການຈັດກິດຈະກຳໃນຄັ້ງນີ້, ທະນາຄານ ພັດທະນາລາວ ຍັງໄດ້ໃຫ້ການສະໜັບສະໜູນຊຸດກິລາ ຊາຍ-ຍິງ ຈຳນວນ 50 ຊຸດ ພ້ອມດ້ວຍຄອມພິວເຕີຕັ້ງຕັກ (Laptop) ຈຳນວນໜຶ່ງ ໃຫ້ແກ່ກົມເລຂານຸການ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຫ້ອງວ່າການສະພາແຫ່ງຊາດ ໃຫ້ມີຄວາມສະດວກ ແລະ ຄ່ອງຕົວຂຶ້ນກວ່າເກົ່າ

