ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ.

ສ.ຫ. 28, 2026

ກຳມາທິການວັດທະນະທຳສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ ລົງເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ.

ເພື່ອເປັນການຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມະຕິ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ໃນວັນທີ 26 ສິງຫາ 26 ນີ້, ນຳໂດຍ ທ່ານ ປອ ກໍລະກັນ ພົມມະວົງ ຮອງປະທານກຳມາທິການ ວັດທະນະທຳສັງຄົມ ແລະ ຊົນເຜົ່າ ສະພາແຫ່ງຊາດພ້ອມດ້ວຍຄະນະ ໄດ້ລົງເຄື່ອນເຮັດວຽກຮ່ວມກັບ ພະແນກວັດທະນະທຳແລະ ການທ່ອງທ່ຽວ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງພະແນກດັ່ງກ່າວ; ໂດຍມີຮອງຫົວໜ້າພະແນກ, ຫົວໜ້າຮອງຫົວໜ້າຂະແໜງ, ພະນັກງານຫຼັກແຫຼ່ງ, ຜູ້ປະກອບການນັກທຸລະກິດ ພ້ອມດ້ວຍຕົວແທນຈາກສະມາຄົມຕ່າງໆເຂົ້າຮ່ວມ.

ໂອກາດນີ້, ທ່ານ ວັນນະເດດ ພົງສຸທິ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າໃນໄລຍະຜ່ານມາ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເລັ່ງປັບປຸງສ້ອມແປງໂຄງສ້າງພື້ນຖານ ແລະ ພັດທະນາສະຖານທີ່ທ່ອງທ່ຽວ ເພື່ອຍົກລະດັບຄວາມສະດວກ ແລະ ຄຸນນະພາບການບໍລິການໃຫ້ດີຂຶ້ນ ພ້ອມທັງໄດ້ກຳນົດວິໄສທັດການພັດທະນາ ຫໍພິພິຕະພັນແຫ່ງຊາດຫຼວງພະບາງ ໄວ້ວ່າ: “ປັບປຸງສະຖານທີ່ທ່ອງທ່ຽວຫໍພິພິຕະພັນແຫ່ງຊາດຫຼວງພະບາງໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທາງດ້ານວັດທະນະທຳ ທີ່ຕິດພັນກັບປະຫວັດສາດ ປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເພື່ອຮອງຮັບການບໍລິການທີ່ມີຄຸນນະພາບ, ຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາໃຫ້ຍືນຍົງ ແລະ ຄົງຄຸນຄ່າດ້ານວັດທະນະທຳ” ເຊິ່ງໃນປະຈຸບັນ ພວມດຳເນີນການຈັດຕັ້ງປະຕິບັດໂຄງການປັບປຸງສິງອຳນວຍຄວາມສະດວກ ຢູ່ສະຖານທີ່ທ່ອງທ່ຽວສຳຄັນພາຍໃນແຂວງ ລວມມີ 7 ໂຄງການ, ໃນນີ້ມີ 3​ ໂຄງການທີ່ພວມຈັດຕັ້ງປະຕິບັດຢູ່ ຫໍພິພິຕະພັນແຫ່ງຊາດຫຼວງພະບາງ ຄື: ໂຄງການປັປບຸງໂຮງເຮືອ, ໂຄງການປັບປຸງທາງຢ່າງອ້ອມໂຄງເຮືອ, ໂຄງການປັບປຸງຫຼັງຄາຫໍຄຳ ແລະ ຫຼາຍໂຄງການທີ່ກຳລັງກະກຽມແຜນລົງມືຈັດຕັ້ງປະຕິບັດໃນໄວໆນີ້.

ການປັບປຸງໂຄງລ່າງພື້ນຖານ ເພື່ອແນ່ໃສ່ປະຕິບັດຄາດໝາຍສູ້ຊົນໃຫ້ໄດ້ຮັບລາງວັນມາດຖານສະຖານທີທ່ອງທ່ຽວແຫ່ງຊາດ ລະບັບ 5 ດາວ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ຍົກລະດັບຫຼວງພະບາງໃຫ້ເປັນຈຸດໝາຍປາຍທາງທ່ອງທ່ຽວທີ່ມີຄຸນນະພາບ. ພ້ອມດຽວກັນນີ້, ທ່ານຍັງໄດ້ຮັບຟັງຄຳຄິດເຫັນ ແລະ ຄຳສະເໜີຈາກພະແນກການດັ່ງກ່າວແລະ ຜູ້ປະກອບການທຸລະກິດເຮືອນພັກໂຮງແຮມ, ສະມາຄົມການທ່ອງທ່ຽວ ແລະ ສະມາຄົມນັກນຳທ່ຽວ ເປັນຕົ້ນ: ການອອກນິຕິກຳໃຕ້ກົດໝາຍໃຫ້ຮັດກຸມ, ການແບ່ງຂັ້ນຄຸ້ມຄອງໃຫ້ທ້ອງຖິ່ນທີ່ຍັງເປັນບັນຫາຄຸມເຄືອ, ການຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດໃຫ້ລົງມືຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບການປະມູນໄປແລ້ວ ແລະ ຊຸກຍູ້ສົ່ງເສີມການປັບປຸງໂຄງລ່າງພື້ນຖານສິງອຳນວຍຄວາມສະດວກ ໃນສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ ມີຄວາ ປອດໄພ ແລະ ເປັນມິດກັບສິງແວດລ້ອມເພື່ອຫັນໄປສູ່ການພັດທະນາການທ່ອງທ່ຽວທຳມະຊາດແບບຍືນຍົງ. ແລະ ຕໍ່ກັບຄຳສະເໜີດັ່ງກ່າວ ທ່ານໄດ້ຮັບເອົາໄປປຶກສາຫາລືຄົ້ນຄວ້ານຳໝູ່ຄະນະຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງຕື່ມ. ເພື່ອຮັບປະກັນຄວາມຖືກຕ້ອງກັບກົດໝາຍ, ແຜນພັດທະນາເສດຖະກິດສັງຄົມຂອງແຂວງ ແລະ ສອດຄ່ອງສະພາບການຈັດຕັ້ງປະຕິບັດຕົວຈິງ.

ກວດແກ້:​​​​​(ພາບແລະຂ່າວ: ວິລິຍະ ວັນນະສີ)