ການສຳມະນາຂອງສະມາຊິກລັດຖະສະພາ ສປຈີນ-ອາຊຽນ ຄັ້ງທີ 3

ກ.ຍ. 1, 2026

(ສພຊ) – ລະຫວ່າງວັນທີ 20-26 ສິງຫາ 2026, ທ່ານ ໂພສີ ເຕັມເມລາດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ, ຮອງປະທານກຳມາທິການການຕ່າງປະເທດ ພ້ອມດ້ວຍທ່ານ ນາງ ມີນາ ສີວິໄລ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ພອນສານ ວິໄລເມັ້ງ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ແລະ ຄະນະຊ່ວຍວຽກ ລວມທັງໝົດ 5 ທ່ານ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສຳມະນາຂອງສະມາຊິກລັດຖະສະພາ ສປຈີນ-ອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້ “ເພີ່ມທະວີການແລກປ່ຽນລະຫວ່າງອົງການນິຕິບັນຍັດ, ຊຸກຍູ້ການສ້າງສາຍພົວພັນຍຸດທະສາດຮອບດ້ານລະຫວ່າງ ຈີນ-ອາຊຽນ” ແລະ ການທັດສະນະສຶກສາຢູ່ນະຄອນຫຼວງປັກກິ່ງ ແລະ ແຂວງໄຫໜານ, ສປຈີນ ຕາມການເຊື້ອເຊີນ ເຊິ່ງມີ 10 ປະເທດສະມາຊິກອົງການສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ພ້ອມທັງເລຂາທິການໃຫຍ່ໄອປາ ເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ສະແດງອອກເຖິງຄວາມໝາຍຄວາມສຳຄັນຂອງການພົວພັນຮ່ວມມືລະຫວ່າງລັດຖະສະພາອາຊຽນເວົ້າລວມ, ເວົ້າສະເພາະ ສະພາແຫ່ງຊາດລາວ ກັບ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ເປັນການແລກປ່ຽນບົດຮຽນ, ການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືຂອງບັນດາປະເທດອາຊຽນໃນຫົວຂໍ້ທີ່ສຳຄັນ ໂດຍມີການບັນລະຍາຍຂອງການນຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ບັນດາອາຈານຜູ້ຊົງຄຸນວຸດທິຂອງມະຫາວິທະຍາໄລທຸລະກິດ ແລະ ເສດຖະກິດສາກົນ ສປຈີນ. ພ້ອມນັ້ນ, ຍັງໄດ້ມີການແລກ ປ່ຽນຄໍາຄິດເຫັນຢ່າງມີສ່ວນຮ່ວມຈາກບັນດາຜູ້ແທນທີ່ເຂົ້າຮ່ວມຕໍ່ຫົວຂໍ້ດັ່ງນີ້: 1. ທັດສະນະແນວຄວາມຄິດຂອງທ່ານປະທານ ສີ ຈິ້ນຜິງ ກ່ຽວກັບລັດທິສັງຄົມນິຍົມທີ່ມີລັກສະນະພິເສດຂອງຈີນໃນຍຸກໃໝ່, 2. ການເສີມສ້າງການຮ່ວມມືດ້ານພະລັງງານສະອາດ ແລະ ຮ່ວມກັນສ້າງປະເທດຊາດ ຈີນ-ອາຊຽນ ໃຫ້ສວຍສົດງົດງາມ, 3. ການສ້າງເຄືອຂ່າຍເຊື່ອມໂຍງ-ເຊື່ອມຈອດແບບກວ້າງຂວາງ ເພື່ອເປີດເສັ້ນທາງການພັດທະນາສໍາລັບອາຊີ, 4. ການສົ່ງເສີມການເຊື່ອມໂຍງ -ເຊື່ອມຈອດດ້ານດິຈິຕອນ ແລະ ການສ້າງເສັ້ນທາງສາຍໄໝດິຈິຕອນ, 5. ການສ້າງຄວາມເຂັ້ມແຂງໃນການຮ່ວມມືດ້ານກະສິກໍາ ແລະ ການເພີ່ມຂີດຄວາມສາມາດໃນການຟື້ນຕົວ ແລະ ຄວາມຍືນຍົງຂອງການພັດທະນາດ້ານກະສິກໍາ.
ພາຍຫຼັງສໍາເລັດກອງປະຊຸມ, ຄະນະຜູ້ແທນໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຢ້ຽມຊົມພື້ນຖານເສດຖະກິດ ແລະ ສະຖານທີ່ທາງວັດທະນະທຳ ແລະ ປະຫວັດສາດ ຂອງນະຄອນຫຼວງປັກກິ່ງ ເປັນຕົ້ນ: ຫໍພິພິທະພັນພັກກອມມູນິດຈີນ, ພະລາຊະວັງຕ້ອງຫ້າມ, ກໍາແພງເມືອງຈີນ, ສູນອະນຸລັກພະລັງງານ ແລະ ປົກປ້ອງສິ່ງແວດລ້ອມປັກກິ່ງ, ສູນການຄ້າຫຸ່ນຍົນ, ບັນດາບໍລິສັດທາງດ້ານເຕັກໂນໂລຊີ, ສະຖາບັນວິທະຍາສາດກະສິກໍາເຂດຮ້ອນຂອງຈີນ ແລະ ອື່ນໆ. ຄະນະຜູ້ແທນຍັງໄດ້ຢ້ຽມຢາມແຂວງໄຫໜານ ໂດຍໄດ້ຮັບການຕ້ອນຮັບຈາກການນຳຂັ້ນສູງຂອງແຂວງ ແລະ ໄດ້ເຂົ້າຮ່ວມພົບປະແລກປ່ຽນກັບການນໍາສະພາຜູ້ແທນປະຊາຊົນແຂວງ; ຈາກນັ້ນ, ໄດ້ໄປຢ້ຽມຊົມສະຖານທີ່ທາງປະຫວັດສາດຂອງແຂວງ ເປັນຕົ້ນ: ສູນການພັດທະນາທ່າເຮືອການຄ້າເສລີໄຫໜານ, ຫໍພິພິທະພັນປະຕູສູ່ການຄ້າໂລກ, ສູນວາງສະແດງນະວັດຕະກຳທາງການແພດສາກົນແບບຍືນຍົງ-ສູນຮັກສາສຸຂະພາບ ໂບອາວ ອີຫຼິງ, ຫໍປະຊຸມໃຫຍ່ ໂບອາວ ອາຊີ, ແລະ ຢ້ຽມຢາມສະຖານີປ່ອຍຍານອະວະກາດເຫວິນຊາງ.