ການນຳແຂວງເຊກອງ ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ສ.ຫ. 23, 2026

           ວັນທີ 11 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ, ໃນນາມການນຳແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປົກຄອງ ແລະ ປະຊາຊົນແຂວງເຊກອງ, ເຊິ່ງນຳໂດຍ ສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ ພ້ອມຄະນະ, ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ແດ່ ສະຫາຍ ໄຊສົມພອນ ພົມວິຫານ ອາດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອາດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ຈາກໄປໂດຍບໍ່ມີວັນຫວນຄືນມາ ໃນວັນທີ 8 ສິງຫາ 2026 ລວມ ອາຍຸໄດ້ 70 ປີ.
ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງແມ່ນໜຶ່ງໃນການນຳຫລັກແຫລ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີໄຫວພິບ ແລະ ເປັນຜູ້ມີປະສົບການ ຜ່ານການເປັນຜູ້ນໍາຢູ່ທ້ອງຖິ່ນ ແລະ ຫລາຍຂະແໜງການ ທັງເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫລອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວ ບັນດາເຜົ່າ.
ການເຂົ້າວາງພວງມາລາ ແລະ ໄວ້ອາໄລຂອງຄະນະນຳແຂວງເຊກອງ ໃນຄັ້ງນີ້ ເພື່ອເປັນການ ສະແດງເຖິງຄວາມເຄົາລົບ, ຄວາມຮູ້ບຸນຄຸນ ແລະ ອາໄລຮັກຢ່າງສຸດຊຶ້ງ ແລະ ຈົດຈຳເຖິງຄຸນງາມຄວາມດີ ຜົນງານຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ຄົງຢູ່ໃນຄວາມຊົງຈຳ ຂອງບັນດາສະຫາຍ, ພະນັກງານ ແລະ ປະຊາຊົນຕະຫຼອດໄປ.