ກອງປະຊຸມໂຕະມົນບັນຫາອາກາດ ແລະ ນ້ຳ ແລະ ກອງປະຊຸມ AAWC

ກ.ກ. 29, 2026

‎(ສພຊ) – ກອງປະຊຸມໂຕະມົນກ່ຽວກັບບັນຫາອາກາດ ແລະ ນໍ້າ ຄັ້ງທີ 3 ແລະ ກອງປະຊຸມສະພາທີ່ປຶກສາກ່ຽວກັບບັນຫານໍ້າຂອງລັດຖະສະພາອາຊີ (AAWC) ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ກໍລະກົດ 2026 ທີ່ໂຮງແຮມ ຮໍລິເດອິນ, ນະຄອນຫຼວງວຽງຈັນ, ສປປລາວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ຮັນ ຈອງແອ ສະມາຊິກສະພາແຫ່ງຊາດ ແຫ່ງ ສ.ເກົາຫຼີ, ປະທານສະພາທີ່ປຶກສາກ່ຽວກັບບັນຫານ້ຳຂອງລັດຖະສະພາອາຊີ ໂດຍມີສະມາຊິກລັດຖະສະພາຈາກປະເທດສະມາຊິກ AAWC 10 ປະເທດ ແລະ 5 ປະເທດສັງເກດການ ພ້ອມດ້ວຍແຂກຂອງປະເທດເຈົ້າພາບ, ບັນດາທ່ານຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງຂອງ ສປປລາວ, ທູຕານຸທູດຂອງປະເທດສະມາຊິກ AAWC ທີ່ປະຈຳຢູ່ ສປປລາວ, ພາກສ່ວນຈາກສະຖາບັນ ແລະ ພາກທຸລະກິດຂອງ ສປປລາວ ແລະ ສ.ເກົາຫຼີ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.
‎ ໃນພິທີເປີດກອງປະຊຸມຢ່າງເປັນທາງການ, ທ່ານ ນາງ ຮັນ ຈອງແອ ໄດ້ກ່າວຄໍາເຫັນສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດ ກໍຄື ສປປລາວ ທີ່ໃຫ້ກຽດຮັບເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້, ພ້ອມທັງຍົກໃຫ້ເຫັນຈຸດປະສົງ ແລະ ຄວາມເປັນມາຂອງອົງການດັ່ງກ່າວ. ໂອກາດດຽວກັນນີ້, ທ່ານ ວິໄລວົງ ບຸດດາຄໍາ ກໍມີຄໍາເຫັນຕໍ່ພິທີເປີດ ໂດຍໄດ້ຕີລາຄາສູງຕໍ່ບົດບາດຂອງ AAWC ທີ່ໃຫ້ຄວາມສຳຄັນໃນການສົ່ງເສີມການຮ່ວມມືລະຫວ່າງບັນດາສະມາຊິກລັດຖະສະພາ, ພາກສ່ວນລັດຖະບານ, ຊ່ຽວຊານຈາກສະຖາບັນຕ່າງໆໃນພາກພື້ນອາຊີ, ລວມທັງພາກສ່ວນທຸລະກິດເອກະຊົນ ໃນການແລກປ່ຽນບົດຮຽນດ້ານການກຳນົດນິຕິກຳ, ການອອກກົດໝາຍ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດທີ່ດີ ກ່ຽວກັບການຄຸ້ມຄອງ, ບໍລິຫານຈັດການນໍ້າໃຫ້ມີຄວາມຍືນຍົງ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ ໃນພາກພື້ນຂອງພວກເຮົາ ໃຫ້ມີປະສິດທິຜົນສູງກວ່າເກົ່າ; ພ້ອມດຽວກັນນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງຍົກໃຫ້ເຫັນເຖິງຄວາມອຸດົມສົມບູນຂອງຊັບພະຍາກອນນ້ຳ ແລະ ຂອບເນື້ອໃນຂອງວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ, ການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳແຫ່ງຊາດ ຮອດປີ 2030 ທີ່ກຳນົດກ່ຽວກັບການບໍລິຫານ ແລະ ນຳໃຊ້ນ້ຳແບບຍືນຍົງ, ການສົ່ງເສີມການນໍາໃຊ້ພະລັງງານສະອາດ ແລະ ສົ່ງເສີມການນໍາໃຊ້ພະລັງງານນໍ້າຂອງ ສປປລາວ. ນອກຈາກນັ້ນ, ຍັງຍົກໃຫ້ເຫັນຄວາມສຳຄັນຂອງການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນະໂຍບາຍແຫ່ງຊາດ ເພື່ອຮັບປະກັນການນໍາໃຊ້ນ້ຳເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ, ປະສິດທິຜົນ, ທົ່ວເຖິງ, ເທົ່າທຽມ ແລະ ຍືນຍົງ.
‎ ໃນຕອນທ້າຍ, ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກ AAWC ສືບຕໍ່ເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຮັບປະກັນການບໍລິຫານ, ຈັດການ ແລະ ການນໍາໃຊ້ນໍ້າ ໃຫ້ມີຄວາມໝັ້ນຄົງ, ປອດໄພ ແລະ ຍືນຍົງ; ຍົກສູງປະສິດທິພາບຂອງການຄຸ້ມຄອງ ແລະ ນຳໃຊ້ນ້ຳ ທີ່ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ; ສົ່ງເສີມການນຳໃຊ້ນ້ຳເຂົ້າໃນທຸກຂົງເຂດວຽກງານ; ສ້າງກິດຈະກຳ ແລະ ໂຄງການແລກປ່ຽນທາງດ້ານເຕັກໂນໂລຊີທີ່ກ່ຽວຂ້ອງກັບການນໍາໃຊ້, ການບຳບັດ ແລະ ການນຳນ້ຳກັບມາໃຊ້ໃໝ່; ເລັ່ງລັດການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ 6 (SDG6 ມີນ້ຳສະອາດ ແລະ ສຸຂະອະນາໄມ) ໂດຍການສະໜັບສະໜູນທາງດ້ານທຶນຮອນໃຫ້ແກ່ປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພວກເຮົາ.