(ສພຊ) – ວັນທີ 25 ພຶດສະພານີ້, ສະພາແຫ່ງຊາດລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ ຫຼື ອີພີ (European Parliament – EP) ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ແລະ ທ່ານ ວູເທີ ເບັກ (Wouter BEKE) ປະທານຄະນະສະມາຊິກລັດຖະສະພາ ທີ່ຮັບຜິດຊອບພົວພັນກັບປະເທດອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ ຂອງ EP ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ລະຫວ່າງວັນທີ 24-28 ພຶດສະພາ 2026.
ກອງປະຊຸມພົບປະຄັ້ງທີ 7 ລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ ໄດ້ຮ່ວມກັນທົບທວນຄືນການພົວພັນການຮ່ວມມືຕະຫຼອດໄລຍະ 5 ທົດສະວັດຜ່ານມາ ນັບແຕ່ ສປປລາວ ແລະ ສະຫະພາບເອີຣົບ ຫຼື ອີຢູ (European Union – EU) ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 21 ພະຈິກ 1975 ທັງສອງຝ່າຍໄດ້ມີການພົວພັນ ແລະ ຮ່ວມມືທີ່ດີນໍາກັນມາຕະຫຼອດ ສະແດງອອກໃນການແລກປ່ຽນຄະນະຜູ້ແທນເຊິ່ງກັນແລະກັນ ແລະ ມີການຮ່ວມມືໃນຫຼາຍຂະແໜງການ; ໃນກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ບົດຮຽນປະສົບການທີ່ດີໃນການພັດທະນາເສດຖະກິດ-ສັງຄົມ, ວຽກງານດ້ານສິດທິມະນຸດ, ການພົວພັນການຄ້າ ແລະ ການລົງທຶນ ລວມທັງສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແນໃສ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີນຳກັນ ລະຫວ່າງ ສປປລາວ ກັບ ສະຫະພາບເອີຣົບ ກໍຄືລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ.
ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນລັດຖະສະພາເອີຣົບ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະເຮັດວຽກ, ແລກປ່ຽນທັດສະນະ ແລະ ປະສົບການນໍາກັນໃນຫຼາຍບັນຫາ ເປັນຕົ້ນແມ່ນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ການເປັນຕົວແທນຂອງປະຊາຊົນ, ການຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດລາວ, ຕີລາຄາການພົວພັນຮ່ວມມືລະຫວ່າງ ສປປລາວ ກັບ ສະຫະພາບເອີຣົບ ທັງຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປລາວ ແລະ ສະພາແຫ່ງຊາດລາວ ໃຫ້ຄະນະຜູ້ແທນຮັບຊາບອີກດ້ວຍ.
ໃນໂອກາດພົບປະເຮັດວຽກຢູ່ສະພາແຫ່ງຊາດລາວ, ທ່ານ ວູເທີ ເບັກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນລັດຖະສະພາເອີຣົບ ທັງໄດ້ແລກປ່ຽນທິດທາງການຮ່ວມມືໃນຕໍ່ໜ້າ ແລະ ຈະສືບຕໍ່ຈັດກອງປະຊຸມພົບປະແລກປ່ຽນໃນລັກສະນະດັ່ງກ່າວນີ້ຕື່ມອີກ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງລັດຖະສະພາເອີຣົບ ກັບ ສະພາແຫ່ງຊາດລາວ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ.
ນອກຈາກນີ້, ຄະນະຜູ້ແທນລັດຖະສະພາເອີຣົບ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ເຄື່ອນໄຫວຢ້ຽມຢາມຫ້ອງການກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ແລະ ສະຖານທີ່ທາງວັດທະນະທຳຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ ລວມທັງເຂົ້າຢ້ຽມຂ່ຳນັບທ່ານປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ຢ້ຽມຢາມວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ ແລະ ບັນດາໂຄງການພາຍໃຕ້ການສະໜັບສະໜູນຂອງອີຢູ ເປັນຕົ້ນແມ່ນ: ໂຄງການປະຕິຮູບ-ລາວຍືນລາວ, ໂຄງການ Makara ແລະ ໂຄງການອື່ນໆ ທີ່ແຂວງຫຼວງພະບາງ.
ກອງປະຊຸມພົບປະຄັ້ງທີ 7 ລະຫວ່າງສະພາແຫ່ງຊາດລາວ ກັບ ລັດຖະສະພາເອີຣົບ
